
ວັນທີ 18 ກໍລະກົດ 2025 ນີ້, ທ່ານ ຄໍາຈັນ ໂສຕາປະເສີດ ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 4, ທ່ານ ທອງຄານ ວັດສະດາກອນ ແລະ ທ່ານ ບຸນທີ ໄຊຍະວົງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກ ຕັ້ງເມືອງງາ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວພົບປະຜູ້ເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ສະໂມສອນເມືອງງາ, ມີບັນດາທ່ານການນໍາເມືອງ ແລະ ພະນັກ ງານຫຼັກແຫຼງຂອງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີໄດ້ຮັບຟັງການເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II, ບັນດາມະຕິຕ່າງໆ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງຊາດ ແລະ ຂອງແຂວງ, ບົດຊີ້ແຈງຕ່າງໆ ຕໍ່ບັນດາຄໍາຊັກຖາມຂອງສະມາຊິກສະພາແຫ່ງ ຊາດ, ສະມາຊິກສະພາປະຊາຊົນແຂວງ ໃນວາລະເຂົ້າ ຮ່ວມ 2 ກອງປະຊຸມດັ່ງກ່າວ.

ພ້ອມດຽວກັນນັ້ນ, ຍັງໄດ້ຮັບຟັງການມີຄໍາເຫັນ, ຄໍາສະເໜີຂອງຜູ້ເຂົ້າຮ່ວມ ແລະ ໄດ້ຮັບຟັງການຊີ້ແຈງຈາກສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ຕື່ມອີກ. ປະຕິບັດຕາມແຜນການເຄື່ອນໄຫວ ຄະນະທິມງານ ແມ່ນຈະໄດ້ສືບຕໍ່ພົບປະອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຈົນເຖິ່ງວັນທີ 21 ກໍລະກົດ ຈຶ່ງຈະສໍາເລັດ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.
