


ຕອນເຊົ້າຂອງວັນຈັນ, ວັນທີ 6 ກຸມພາ 2023, ຢູ່ທີ່ສະໂມສອນແຂວງ(ບ້ານເຈງ), ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ອຸດົມໄຊ ຊຸດທີ II, ໂດຍການເປັນປະທານຂອງທ່ານ ຄໍາຈັນ ໂສຕາປະເສີດ ຄະນະປະຈໍາສະພາແຫ່ງຊາດ, ສະມາ ຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແລະ ທ່ານ ຄໍາດີ ວົງລ້ອມ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຫົວໜ້າອົງການ, ຄະນະພະແນກ, 2 ກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ແລະ ແຂກເຊີນເຂົ້າຮ່ວມ 183 ທ່ານ, ຍິງ 77 ທ່ານ.


ໃນພິທີ, ທ່ານ ຄໍາຈັນ ໂສຕາປະເສີດ ໄດ້ເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມ ຈໍານວນ 21 ສະບັບ ເປັນຕົ້ນ: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບ ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປີ 2021; ການຈັດຕັ້ງປະຕິບັດແຜນງົບປະມານປີ 2022 ແລະ ທິດທາງການສ້າງແຜນງົບປະມານແຫ່ງລັດ ປີ 2023; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງລັດ ຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນ ການປະຈໍາປີ 2023; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາການແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່ ແລະ ບັນຫາອື່ນໆ.


ຫຼັງຈາກນັ້ນ, ທ່ານ ຄໍາດີ ວົງລ້ອມ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ປະ ທານສະພາປະຊາຊົນແຂວງ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາສະພາປະຊາ ຊົນແຂວງ ຊຸດທີ II ດັ່ງນີ້: ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສໍາຄັນພື້ນຖານຂອງແຂວງ ເປັັນຕົ້ນແມ່ນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ພິຈາລະນາ, ຮັບຮອງເອົາການສ້າງນິຕິກໍາຂອງອົງການປົກຄອງແຂວງຈໍານວນ 4 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍ ການ ນໍາໃຊ້ນໍ້າ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ຢາປາບສັດຕູພືດ , ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ, ຂໍ້ຕົກລົງ ວ່າດ້ວຍການໂຄສະນາ ເຜີຍແຜ່ນິຕິກຳ ແລະ ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງຫົວໜ້າພະແນກ ແລະ ອົງການ ອີກຈໍານວນໜຶ່ງ. ຕະຫຼອດໄລຍະດຳເນີນກອງປະຊຸມ 3 ວັນນັ້ນມີໂທລະສັບສາຍດ່ວນ(081 156) ທັງໝົດ 14 ສາຍ, ມີ 15 ບັນຫາ: ຂົງເຂດເສດຖະກິດ, ແຜນການ ແລະ ການເງິນ(ມີ 8 ສາຍ, ມີ 8 ບັນຫາ), ຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ(ມີ 3 ສາຍ, ມີ 3 ບັນຫາ), ຂົງເຂດຍຸຕິທຳ ແລະ ປກຊ-ປກສ(ມີ 3 ສາຍ, ມີ 4 ບັນຫາ) ບັນດາຄຳສະເໜີເຫຼົ່ານັ້ນຄະນະປະຈຳສະພາປະຊາຊົນແຂວງຈະຈັດກອງປະຊຸມຄົ້ນຄວ້າແລ້ວເຮັດສະໂໜດນຳສົ່ງໃຫ້ອົງການທີ່ກ່ຽວຂ້ອງຄົ້ນຄວ້າພິຈາລະນາ, ຕອບຄຳຂັດຂ້ອງໃຈຕໍ່ປະຊາຊົນກ່ຽວງບັນຫາດັ່ງກ່າວຕາມພາລະບົດບາດ.

