(ສພຂ) – ວັນທີ 28 ກໍລະກົດຜ່ານມາ, ທ່ານ ດຣ. ວິລະພັນ ສີລິທໍາ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 5 ແລະ ທ່ານ ທອງວັນ ຮັກພາສິດ ປະທານຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຜາອຸດົມ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ເນື້ອໃນຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ lX ແລະ ສະພາປະຊາຊົນແຂວງ (ສພຂ) ບໍ່ແກ້ວ ຊຸດທີ ll ທີ່ສະໂມສອນກອງພັນໃຫຍ່ 302 ໂດຍມີທ່ານ ພັທ. ບຸນຄືນ ເລີຍຄໍາເຢີນ ຮອງເລຂາຄະນະພັກ, ຫົວໜ້າການທະຫານກອງພັນໃຫຍ່ 302, ບັນດາຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວກອງພັນໃຫຍ່ 302 ເຂົ້າຮ່ວມຮັບຟັງ.

ທ່ານ ດຣ. ວິລະພັນ ສີລິທໍາ ໄດ້ເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ ວຽກງານຂອງລັດຖະບານ, ການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ໃນນີ້, ສ້າງໃໝ່ 5 ສະບັບ ແລະ ປັບປຸງ 5 ສະບັບ; ຈາກນັ້ນ, ທ່ານ ທອງວັນ ຮັກພາສິດ ກໍໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຂ ເຊິ່ງໄດ້ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງແຂວງ, ບົດລາຍງານຂອງອົງການປົກຄອງແຂວງ, ບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານລະຫວ່າງກອງປະຊຸມສະໄໝສາມັນເທື່ອທີ 8-9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຂ ບໍ່ແກ້ວ ຊຸດທີ II; ພ້ອມກັນນັ້ນ, ຍັງໄດ້ຮັບຟັງການສະເໜີບາງບັນຫາຈາກຄະນະພັກ-ຄະນະບັນຊາກອງພັນໃຫຍ່ 302 ອີກດ້ວຍ.

ໃນໂອກາດທີ່ລົງມາເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ດຣ. ວິລະພັນ ສີລິທໍາ ພ້ອມດ້ວຍຄອບຄົວ ຍັງໄດ້ມອບຜ້າຫົ່ມ 22 ຜືນ, ໝີ່ສຳເລັດຮູບ 20 ແກັດ, ແປ້ງນົວ 80 ຖົງ ແລະ ປາກະປ໋ອງ 8 ແພັກ ລວມມູນຄ່າ 7.5 ລ້ານກີບ ໃຫ້ກອງພັນໃຫຍ່ 302.
(ພອນແກ້ວ ວິໄລສັກ)