(ສພຊ) - ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ຈັດຂຶ້ນໃນວັນທີ 25 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດ ແລະ ຜ່ານວິດີໂອທາງໄກສຳລັບທ້ອງຖິ່ນໃນຂອບເຂດທົ່ວປະເທດ, ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ແຂວງໃນຂອບເຂດທົ່ວປະເທດ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂັ້ນສູນກາງ ແລະ ທ້ອງຖິ່ນ.

ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ເຊິ່ງຖືເປັນການເປີດສາກໃຫ້ແກ່ການເລີ່ມຕົ້ນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອແນໃສ່ ໜຶ່ງ: ສ້າງຄວາມຮັບຮູ້, ເຂົ້າໃຈທີ່ເລິກເຊິ່ງຕໍ່ເນື້ອໃນຈິດໃຈສໍາຄັນຂອງແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ທີ່ໄດ້ກຳນົດອອກໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເປັນລະບົບ; ສອງ: ເຊື່ອມຊຶມ, ກຳແໜ້ນເນື້ອໃນທີ່ຈະໄດ້ນໍາພາຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ; ສາມ: ສ້າງໃຫ້ໄດ້ແຜນດໍາເນີນງານ, ແຜນປະຕິບັດງານລະອຽດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ທີ່ກຳນົດລະອຽດໜ້າວຽກ, ແຜນຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກໍານົດເວລາຊັດເຈນ, ແທດຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດເປັນຮູບປະທໍາ; ສີ່: ມີກົນໄກ, ລະບອບແບບແຜນການຊີ້ນໍາ, ບັນຊາ, ຕິດຕາມ, ກວດກາ, ການຊຸກຍູ້ຈັດຕັ້ງປະຕິບັດທີ່ຖືກຕ້ອງ, ແທດເຖິງ ແລະ ມີວິທະຍາສາດ; ຫ້າ: ມີຄວາມເປັນເອກະພາບສູງຢູ່ພາຍໃນ, ມີຄວາມຕັດສິນໃຈອັນເດັດດ່ຽວ, ກ້າຫານ, ປະດິດສ້າງ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ. ສະຫາຍເລຂາທິການໃຫຍ່ ຍັງໄດ້ເນັ້ນຕື່ມວ່າ: ການເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ໃນຄັ້ງນີ້ ແມ່ນການສືບຕໍ່ບຸກທະລຸທາງດ້ານຈິນຕະນາການ, ຍົກສູງຫຼັກໝັ້ນການເມືອງ ໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ; ຕ້ານ ແລະ ແກ້ໄຂທັດສະນະຜິດເຂວຕ່າງໆ, ລັດທິຄຳພີກົນຈັກ; ຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ພາຍໃນສັງຄົມ ໃຫ້ໜັກແໜ້ນຍິ່ງຂຶ້ນ; ພ້ອມກັນຍູ້ແຮງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ, ເຮັດໃຫ້ກາຍເປັນຂະບວນການອັນກວ້າງຂວາງຂອງມະຫາຊົນ, ຂອງທົ່ວສັງຄົມ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະເທດຊາດ ແລະ ປະຊາຊົນ ກໍຄືເຮັດໃຫ້ການນໍາພາປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄປຖືກຕ້ອງຕາມທິດທີ່ໄດ້ກໍານົດໄວ້ຢ່າງໜັກແໜ້ນ.

ທີ່ກອງປະຊຸມ, ສະຫາຍ ພົອ. ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ເຜີຍແຜ່ເນື້ອໃນຈິດໃຈສຳຄັນຂອງໂຄງການການເມືອງ ສະບັບທີ 3 ເຊິ່ງແມ່ນຖະແຫຼງການສັງລວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນ, ຊີ້ໃຫ້ເຫັນທຸກໆບັນຫາທີ່ພັກຢາກບັນລຸໄດ້ຕາມຈຸດປະສົງເປົ້າໝາຍທີ່ຕັ້ງໄວ້ ທັງແມ່ນທິດສະດີປະຕິວັດຂອງພັກ, ປຽບເໝືອນທວນໄຟເຍືອງທາງໃຫ້ປະຊາຊົນລາວບັນດາເຜົ່າ ເຮັດການປະຕິວັດຢ່າງມີໄຊ. ສະຫາຍ ພົອ. ວິໄລ ຫຼ້າຄຳຟອງ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງໂຄງການການເມືອງວ່າ: ພັກເຮົາ ນັບແຕ່ມື້ສ້າງຕັ້ງຂຶ້ນ ໄດ້ວາງໂຄງການການເມືອງອອກ 2 ຄັ້ງຄື: ຄັ້ງທີ I ໃນປີ 1955 ເປັນໂຄງການການເມືອງສະບັບທຳອິດຂອງພັກ ທີ່ໄດ້ກໍານົດທິດນໍາ ແລະ ຖືເປັນແນວທາງໃຫ້ພັກເຮົາດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານຈາກຈັກກະ ພັດລ່າເມືອງຂຶ້ນ ແລະ ລູກມືຂາຍຊາດ; ຄັ້ງທີ II ໃນປີ 1972 ເປັນໂຄງການການເມືອງທີ່ວາງອອກເພື່ອເຮັດສໍາເລັດການປະຕິວັດຊາດປະຊາທິປະໄຕ, ນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ. ການສ້າງໂຄງການການເມືອງສະບັບໃໝ່ຂອງພັກໃນໄລຍະໃໝ່ ແມ່ນຕອບສະໜອງສະພາບການເລັ່ງທວງໃໝ່, ໜ້າທີ່ໃໝ່ຂອງການປະຕິວັດລາວ, ໜ້າທີ່ແຫ່ງການຍູ້ແຮງພາລະກິດປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ດ້ວຍການສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ແລະ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແນໃສ່ນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.

ສຳລັບໂຄງການການເມືອງ ສະບັບທີ 3 ແມ່ນໂຄງການການເມືອງ “ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ” ແມ່ນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກພັກດີ ໂດຍໄດ້ກຳນົດຈຸດໝາຍຮອດປີ 2055 ເມື່ອວັນສ້າງຕັ້ງພັກເຮົາ ຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງ-ສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນກ້າວສູ່ຄວາມອີ່ມໜໍາສຳລານ. ໂຄງການການເມືອງສະບັບນີ້ ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ເປັນຕົ້ນ: ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ; ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດິຈິຕອນ; ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ; ພັດທະນາວັດທະນະທໍາ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ; ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່; ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ; ຢຶດໝັ້ນແນວທາງການຕ່າງປະເທດຂອງພັກ, ສ້າງເງື່ອນໄຂອໍານວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດຂອງພັກ ໃຫ້ມີຄວາມໝັ້ນຄົງ; ສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ; ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.
ເພື່ອເຮັດໃຫ້ໂຄງການການເມືອງຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກ, ພັກເຮົາຕ້ອງສືບຕໍ່ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ບັນດາຫຼັກການ ແລະ ທັດສະນະພື້ນຖານ ໃນການຍູ້ແຮງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກເຮົາ ໂດຍສະເພາະການປ່ຽນແປງໃໝ່, ການສະແຫວງຫາສັດຈະທໍາໃນການນໍາພາຂອງພັກ ແມ່ນພາລະກິດປະຕິວັດອັນເລິກເຊິ່ງເຖິງຖອງ ທີ່ຕ້ອງດໍາເນີນການຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ; ເຊີດຊູນໍ້າໃຈຮັກຊາດອັນດູດດື່ມ, ສະຕິຊາດເອກະພາບອັນສູງສົ່ງ ແລະ ຮັກລະບອບໃໝ່ຢ່າງສຸດຊຶ້ງ ໄປພ້ອມກັບການເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງຮອບດ້ານ ຕິດພັນກັບການຍົກສູງຄວາມເປັນເຈົ້າໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ທັງເພີ່ມທະວີຄວາມສາມັກຄີພາຍໃນ, ມີຄວາມເປັນເອກະພາບສູງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ໃນທົ່ວພັກ ແລະ ໃນສັງຄົມ; ຕ້ອງຖືສໍາຄັນພັດທະນາຊັບພະຍາກອນມະນຸດ, ພູມປັນຍາຂອງຄົນໃນຊາດ, ຮັບປະກັນຄວາມສົມສ່ວນ ລະຫວ່າງພັດທະນາເສດຖະກິດ ກັບ ການພັດທະນາວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ, ລະຫວ່າງພັດທະນາເສດຖະກິດ ກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ສະເໝີພາບ ພາຍໃຕ້ການນໍາພາຂອງພັກ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍຄວາມຮັບຜິດຊອບສູງ ຕໍ່ພັນທະ, ໜ້າທີ່ຂອງພົນລະເມືອງລາວ ຕາມລັດຖະທໍາມະນູນ ແລະ ກົດໝາຍ; ເພີ່ມຄວາມສາມາດນໍາພາ ແລະ ກໍາລັງແຮງສູ້ຮົບ ຂອງຄະນະພັກແຕ່ລະຂັ້ນໃນທຸກຂົງເຂດວຽກງານ, ສືບຕໍ່ສ້າງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນກໍາລັງແຮງໃຫ້ແກ່ການຂັບເຄື່ອນການນຳພາ-ຊີ້ນຳຂອງຄະນະພັກໃນລະບົບການເມືອງຢູ່ແຕ່ລະຂັ້ນ; ປັບປຸງລະບອບແບບແຜນ, ກົນໄກການນໍາພາຂອງພັກ ແລະ ການຄຸ້ມຄອງ-ບໍລິຫານຂອງລັດ ໃຫ້ຖືກຕ້ອງຕາມຫຼັກວິທະຍາສາດ ແລະ ສອດຄ່ອງກັບຈຸດພິເສດຂອງປະເທດເຮົາ; ເພີ່ມທະວີການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາລັງປະກອບອາວຸດປະຕິວັດ, ການປະຕິບັດແນວທາງນະໂຍບາຍການຕ່າງປະເທດທີ່ຄ່ອງແຄ້ວ, ມີໄຫວພິບ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ສະດວກໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ຈາກນັ້ນ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ເຜີຍແຜ່ເນື້ອໃນຈິດໃຈສຳຄັນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ເຊິ່ງລວມມີ 3 ພາກຄື: ພາກທີ I ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ພາກທີ II ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ພາກທີ III ມາດຕະການ, ນະໂຍບາຍ ແລະ ກົນໄກການຈັດຕັ້ງປະຕິບັດ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ເພື່ອຮັບປະກັນໃຫ້ແຕ່ລະແນວທາງໄດ້ອອກສູ່ການປະຕິບັດຢ່າງເປັນລະບົບ, ທັນສະພາບການ ກ່ອນອື່ນ, ຕ້ອງສຸມໃສ່ຍົກສູງຄວາມສາມາດໃນການຫັນເປັນນິຕິກຳ ໂດຍຫັນມະຕິໃຫ້ອອກເປັນກົດໝາຍຢ່າງທັນການ ແລະ ຮັດກຸມ ເພື່ອໃຫ້ມີລະບົບນິນິກຳ, ກົນໄກປະຕິບັດຢ່າງເປັນເອກະພາບທີ່ສາມາດປະຕິບັດໄດ້; ຕ້ອງຮີບຮ້ອນປັບປຸງລະບຽບວິໄນ ແລະ ວິທີການຈັດຕັ້ງປະຕິບັດແບບໃໝ່; ການພັດທະນາໃດໆ ຕ້ອງຖືເອົາປະຊາຊົນເປັນກົກ, ເອົາຊົນນະບົດເປັນເປົ້າໝາຍ ດັ່ງນັ້ນ, ການພັດທະນາໃດໆ ກໍຕ້ອງຄຳນຶງເຖິງຄວາມເພິ່ງພໍໃຈຂອງປະຊາຊົນເປັນໄມ້ຫຼາວັດແທກ; ພັດທະນາຄົນ ໂດຍສະເພາະສ້າງຖັນແຖວພະນັກງານໃຫ້ມີຄວາມສາມາດຈັດຕັ້ງປະຕິບັດມະຕິ, ແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ໄດ້ນັບມື້ນັບຫຼາຍ, ນັບມື້ນັບແຂງແຮງ, ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຫັນເປັນມືອາຊີບ; ພະນັກງານຂັ້ນນຳ, ຂັ້ນປະຕິບັດໜ້າທີ່ທີ່ຖືກມອບໝາຍ ຕ້ອງເປັນຄົນກ້າຄິດ, ກ້າປະດິດສ້າງ, ກ້າອອກແບບ, ກ້າລົງມືປະຕິບັດ ແລະ ກ້າຮັບຜິດຊອບໃນວຽກງານ; ຕ້ອງແກ້ໄຂພະນັກງານເລືອກວຽກ, ພະນັກງານທີ່ຂັດເອົາແຕ່ວຽກທີ່ຕົນມັກຕົນຢາກໄດ້; ພັກຕ້ອງຕັດສິນໃຈປັບປຸງປ່ຽນແປງໃໝ່ວິທີການແບບແຜນການນຳພາ ເພື່ອຍົກປະສິດທິພາບຂອງການບໍລິຫານປະເທດ, ພັກນຳພາຕ້ອງຄຳນຶງເຖິງຄວາມເປັນແບບຢ່າງ ແລະ ດ້ວຍບົດບາດອິດທິພົນທາງການເມືອງ ໂດຍຜ່ານວຽກງານຕິດຕາມກວດກາ.
