ເຜີຍແຜ່ ວັນສ້າງຕັ້ງສະຫະພັນກໍາມະບານແຂວງອຸດົມໄຊ ຄົບຮອບ 46 ປີ.

ກ.ຍ. 22, 2025

ຕອນເຊົ້າວັນທີ 19 ກັນຍາ 2025 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເຜີຍແຜ່ວັນສ້າງຕັ້ງສະຫະ ພັນກໍາມະບານແຂວງອຸດົມໄຊ ຄົບຮອບ 46 ປີ, ໂດຍການເປັນປະທານຂອງ ສະຫາຍ ວົງສີ ບຸນທີໃຈ ຮອງປະທານກໍາມະບານໜ່ວຍຮາກຖານສະພາປະຊາຊົນແຂວງ, ມີຄະນະໜ່ວຍ ແລະ ສະມາຊິກກໍາມະບານພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ວົງສີ ບຸນທີໃຈ ຮອງປະທານກໍາມະບານໜ່ວຍຮາກຖານສະພາປະຊາຊົນແຂວງ ໃຫ້ຮູ້ວ່າ: ເພື່ອເປັນການທົບທວນຄືນປະຫວັດການເຄື່ອນໄຫວ ຂອງສະຫະພັນກຳມະບານແຂວງອຸດົມໄຊ, ເລີ່ມແຕ່ວັນທີ່ 11 ກັນຍາ 1979 ມາຮອດປະຈຸບັນນີ້ເປັນໄລຍະເວລາ ຄົບຮອບ 46 ປີ, ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ການຊີ້ນຳຢ່າງໃກ້ສິດຂອງສູນກາງສະຫະພັນກຳມະບານລາວ ເວົ້າລວມ, ເວົ້າສະເພາະກໍ່ແມ່ນຄະນະພັກແຂວງອຸດົມໄຊ ໃນແຕ່ລະສະໄໜ ໄດ້ນຳພາສະຫະພັນກຳມະບານແຂວງຈັດຕັ້ງປະຕິບັດແນວທາງປ່ຽນແປງໃໜ່ທີ່ມີຫຼັກການຂອງພັກ, ໂດຍສະເພາະບັນດາຄາດໜາຍທີ່ກອງປະຊຸມໃຫຍ່ຂອງແຂວງວາງອອກ ເຖີງແມ່ນວ່າຈະມີຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຫຼາຍປະການກໍ່ຕາມ, ແຕ່ສະຫະພັນກຳມະບານແຂວງອຸດົມໄຊ ກໍ່ມີຄວາມຕັດສິນໃຈສູງ ກ້າເສຍສະຫຼະທຸກຢ່າງ ເພື່ອສິດ ແລະ ຜົນປະໂຫຍດອັນລວມຂອງຊາດກໍ່ຄື ຂອງປະຊາຊົນບັນດາເຜົ່າ ແລະ ພ້ອນນັ້ນ, ຍັງຍົກເຫັນທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າ ທີ່ຂອງສະຫະພັນກຳມະບານແຂວງອຸດົມໄຊ; ການກຳເນີດຂອງສະຫະພັນກໍາມະບານແຂວງອຸດົມໄຊ ແລະ ການເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນດີງາມຂອງສະມາຊິກກຳມະ ບານ, ກຳມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າຢູ່ແຂວງອຸດົມໄຊ.     ປະຕິບັດຕາມວາລະ ທາງຄະນະຮັບຜິດຊອບຍັງໄດ້ຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025, ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາ ເດືອນ 7-8 ແລະ ວາງທິດທາງແຜນການ ປະຈໍາເດືອນ 9 ປີ 2025 ແລະ ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກກໍາມະບານໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ພ້ອມທັງຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.