
ຕອນເຊົ້າຂອງວັນພຸດ, ວັນທີ 23 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ, ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງປີ 2022), ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ກໍາມະການປະຈໍາ, ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ແລະ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ, ບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກແຫ່ງຊາດ, ສະພາສະມາຊິກສະພາປະຊາຊົນແຂວງ, ຕາງໜ້າພະແນກການ, ອົງການ, ນາຍບ້ານເທດສະບານ, ຄະນະຮັບຜິດຊອບ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.




ກອງປະຊຸມ, ຕາງໜ້າຄະນະຮັບຜິດຊອບ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງປີ 2022)ໃຫ້ບັນດາທ່ານຜູ້ເຂົ້າຮ່ວມໄດ້ຮັບຟັງ ເຊິ່ງໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ຖືກຮັບຮອງເອົາໃນປີ 2005, ປະກອບມີ 9 ພາກ, 6 ໝວດ, 48 ມາດຕາ ແລະ ໄດ້ຮັບການປັບປຸງ 3 ຄັ້ງຄື: ຄັ້ງທີ 1 ໃນປີ 2014 ປະກອບມີ 9 ພາກ, 6 ໝວດ, 64 ມາດຕາ, ຄັ້ງທີ 2 ໃນປີ 2016 ປະກອບມີ 8 ພາກ, 6 ໝວດ, 51 ມາດຕາ ແລະ ຄັ້ງທີ 3 ສະບັບລ່າສຸດ ໃນປີ 2022 ປະກອບມີ 8 ພາກ, 6 ໝວດ, 49 ມາດຕາ. ເຊິ່ງການປັບປຸງແຕ່ລະຄັ້ງ ເພື່ອແນໃສ່ເຮັດໃຫ້ວຽກງານແກ້ໄຂຄຳຮ້ອງທຸກມີຄວາມໂລ່ງລ່ຽນ, ສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະອົງການ, ຮັບປະກັນການບໍລິການຮັບໃຊ້ປະຊາຊົນໃຫ້ມີຄວາມວ່ອງໄວ ແລະ ສາມາດປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າຕາມກົດໝາຍ.




ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ໄດ້ຮັບການຈັດຕັ້ງປະຕິບັດເປັນເອກະພາບກັນໃນທົ່ວປະເທດ ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ໃຫ້ແກ່ທ້ອງຖິ່ນຮາກຖານ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ເນື້ອໃນກົດໝາຍ ແນໃສ່ເຮັດໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສາມາດປະຕິບັດພາລະບົດບາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນໄດ້ເປັນຢ່າງດີ.
ພ້ອມນັ້ນ, ໃນຕອນບ່າຍຂອງວັນດຽວກັນ ທ່ານ ຄໍາແພງ ວິລະພັນ ກໍາມະການປະຈໍາ, ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ແລະ ເຮັດວຽກຮ່ວມກັບຄະນະປະຈໍາສະພາປະຊາຊົນແຂວງຕື່ມອີກ.
