(ສພຊ) – ຕອນເຊົ້າວັນສຸກທີ 21 ກຸມພາ 2025 ຄະນະອໍານວຍການໂຮງຮຽນ ຫຼວງປະເສີດ ໄດ້ນຳພາເຍົາວະຊົນ ຈຳນວນ 30 ນ້ອງ ມາທັດສະນະສຶກສາຢູ່ສະພາແຫ່ງຊາດ (ສພຊ) ເປັນຄັ້ງທີ 2 (ຄັ້ງທີ 1 ເມື່ອວັນທີ 07/02/2025) ໂດຍກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ໃຫ້ການຕ້ອນຮັບ ແລະ ນໍາພາຄະນະຢ້ຽມຊົມຫ້ອງປະຊຸມໃຫຍ່ ແລະ ຫ້ອງມູນເຊື້ອສະພາແຫ່ງຊາດ.
ທັງນີ້, ກໍເພື່ອປູກຈິດສຳນຶກໃຫ້ເຍົາວະຊົນທັນວາ ໄດ້ຮູ້ເຖິງມູນເຊື້ອ, ປະຫວັດ ແລະ ຜົນງານການເຄື່ອນໄຫວຂອງທ່ານຜູ້ນຳທີ່ແສນເຄົາລົບຮັກ, ຮຽນຮູ້ແບບຢ່າງທີ່ດີເພື່ອກາຍເປັນຜູ້ສືບທອດຂອງພັກຂອງຊາດໃນອະນາຄົດ ທັງເປັນການສ້າງໃຫ້ນັກຮຽນໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ.
(ອານຸສອນ ພູມມີທອນ)