ເຊື່ອມຊຶມເອກະສານສໍາຄັນຂອງຊາດ-ຂອງພັກ

ມ.ຖ. 27, 2025 | ເຂດ 4 ອຸດົມໄຊ

ຕອນເຊົ້າວັນທີ 24 ມີນາ 2025 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ(ສພຂ) ໜ່ວຍພັກຮາກຖານສະພາປະຊາຊົນປະຊາຊົນ ໄດ້ເຊື່ອມຊຶມເອກະສານສໍາຄັນຂອງຊາດ-ຂອງພັກ, ໂດຍການເປັນປະທານຂອງສະຫາຍ ນ. ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີຄະນະພັກ, ສະມາຊິກພັກສົມບູນ, ສໍາຮອງ ພາຍໃນໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມ. ເອກະສານທີ່ນໍາມາເຊື່ອມຊຶມຄັ້ງນີ້ປະກອບມີ: ມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ(22 ມີນາ 1955-22 ມີນາ 2025); ຜົນງານການຊີ້ນໍາຂອງອົງຄະນະພັກແຂວງອຸດົມໄຊ ໄລຍະ 54 ປີ(1971-2025) ແລະ ເອກະສານຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ III ຂອງຄະນະກໍາມະການສູນກາງພັກຄອມມູນິດຈີນ ສະໄໝທີ XX . ຫລັງຈາກນັ້ນ, ໄດ້ຮັບຟັງການຜ່ານຮ່າງບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ມີນາ ແລະ ທິດທາງແຜນການເດືອນ ເມສາ 2025 ສະເໜີໂດຍສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຮອງເລຂາໜ່ວຍພັກ (ສພຂ) ແລະ ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ, ພ້ອມທັງໄດ້ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ.

ພາບ/ຂ່າວ: ສພຂ.