ເຊັນສັນຍາສຳປະທານຕິດຕັ້ງຊິງຊັ່ງທັນສະໄໝ ແລະ ພັດທະນາສະຖານີຄ່ຽນຖ່າຍສິນຄ້າ ຢູ່ດ່ານສາກົນແດນສະຫວັນ

ມ.ຖ. 9, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ພິທີເຊັນສັນຍາສຳປະທານ (CA) ຂອງໂຄງການຕິດຕັ້ງຊິງຊັ່ງທັນສະໄໝ ແລະ ພັດທະນາສະ ຖານີຄ່ຽນຖ່າຍສິນຄ້າ (Inland Clearance Depot – ICD) ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ລະຫວ່າງລັດຖະບານ ແຫ່ງ ສປປລາວ ກັບ ບໍລິສັດ ວົງສະຫວັນ ໂລຈິສຕິກ ຈຳກັດຜູ້ດຽວ, ບໍລິ ສັດ ດາວສະຫວັນ ຈຳກັດ ແລະ ບໍລິສັດ ທະວີສັກ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການລົງນາມລະຫວ່າງທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ກັບ ທ່ານ ວົງສະຫວັນ ວໍລະຈິດ, ທ່ານ ນາງ ເດືອນດາລາ ວໍລະຈິດ ແລະ ທ່ານ ນາງ ທູນສະຫວັນ ສີຈັນທອງທິບ ຕາງໜ້າ 3 ບໍລິສັດດັ່ງກ່າວ.
ສັນຍາສໍາປະທານນີ້ ເພື່ອຕິດຕັ້ງຊິງຊັ່ງທັນສະໄໝ ແລະ ພັດທະນາສະຖານີຄ່ຽນຖ່າຍສິນຄ້າ ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍນິຕິບຸກຄົນພາກເອກະຊົນເປັນຜູ້ລົງທຶນກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT) ໃຫ້ແກ່ລັດຖະບານ ໃນເວລາສິ້ນສຸດອາຍຸສຳປະທານ 50 ປີ ເຊິ່ງໂຄງການດັ່ງກ່າວ ແມ່ນເອກະຊົນລົງທຶນ 100% ໃນມູນຄ່າ 28,911,240 ໂດລາສະຫະລັດ, ມີເນື້ອທີ່ 34.73 ເຮັກຕາ ຕັ້ງຢູ່ເຂດດ່ານສາກົນແດນສະຫວັນ. ກິດຈະກຳຕົ້ນຕໍປະກອບມີ: ຊັ່ງນໍ້າໜັກລົດບັນທຸກ, ຕູ້ສິນຄ້າ, ສິນຄ້າ; ຄ່ຽນຖ່າຍສິນຄ້າ; ສາງເກັບມ້ຽນສິນຄ້າແບບຄົບວົງຈອນ; ລານເກັບຕູ້ສິນຄ້າ; ບັນຈຸ, ຫຸ້ມຫໍ່, ແຍກ ແລະ ຈັດສົ່ງສິນຄ້າ; ບ່ອນພັກສິນຄ້າ.
(ກົງທະນູຄຳ ພິພັດເສລີ)