ເກັບລາຍຮັບໃຫ້ຄົບຖ້ວນ ບັນລຸ 20% ຂອງ GDP ຂຶ້ນໄປ

​ພ.ຈ. 18, 2025

(ສພຊ) – ຕອນບ່າຍວັນຈັນທີ 17 ພະຈິກຜ່ານມາ, ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສຳເລັດການພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ແລະ ປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນປີ 2026 ແລະ ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ເຊິ່ງທ່ານສັງລວມຫຍໍ້ໃຫ້ຊາບດັ່ງນີ້:
1. ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງລັດຖະບານ ສະແດງອອກໃນຜົນງານທີ່ຍາດມາໄດ້ ເປັນຕົ້ນ ອັດຕາການເຕີບໂຕເສດຖະກິດ (GDP) ໄລຍະ 5 ປີ (2021-2025) ຂະຫຍາຍຕົວ 4.24%, ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%; ບາງຂະແໜງການຈະສາມາດປະຕິບັດໄດ້ຕາມຄາດໝາຍ ເປັນຕົ້ນ: ກະສິກໍາ ແລະ ອຸດສາຫະກໍາ, ການເກັບລາຍຮັບໄດ້ເກີນແຜນ, ການຄ້າຕ່າງປະເທດເກີນດຸນ, ເງິນເຟີ້ມີທ່າອຽງຫຼຸດລົງ, ການປະຕິບັດບາງຄາດໝາຍດ້ານວັດທະນະທໍາ-ສັງຄົມ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີຄວາມຄືບໜ້າທີ່ດີ.
2. ກອງປະຊຸມຍັງສະແດງຄວາມເປັນຫ່ວງຕໍ່ການປະຕິບັດບາງຄາດໝາຍຂອງແຜນການ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ວາລະແຫ່ງຊາດ ເຖິງວ່າເສດຖະກິດມີການເຕີບໂຕ ແຕ່ຄຸນນະພາບຍັງບໍ່ທັນສູງ, ລາຍໄດ້ສະເລ່ຍຕໍ່ຫົວຄົນຍັງຕໍ່າກວ່າຄາດໝາຍ, ການພັດທະນາຂົງເຂດກະສິກໍາຍັງບໍ່ທັນໄດ້ຮັບພັດທະນາເທົ່າທີ່ຄວນ, ການປຸ່ງແຕ່ງຍັງບໍ່ທັນມີຄວາມຫຼາກຫຼາຍ, ລາຄາສິນຄ້າບາງໝວດຍັງເພີ່ມຂຶ້ນສູງ, ການສ້ອມແປງເສັ້ນທາງທີ່ເປ່ເພຍັງຊັກຊ້າ, ການຄຸ້ມຄອງໂຄງການສໍາຫຼວດຂຸດຄົ້ນແຮ່ທາດຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນ, ການພັດທະນາຄຸນນະພາບການສຶກສາ ແລະ ສາທາລະນະສຸກ ຍັງບໍ່ທັນໄດ້ດີ, ການອອກໃບຕາດິນຍັງມີຄວາມຄືບໜ້າໜ້ອຍ, ການແກ້ໄຂປາກົດການຫຍໍ້ທໍ້ດ້ານສັງຄົມຍັງບໍ່ທັນໄດ້ດີ, ກອງປະຊຸມສະເໜີໃຫ້ລັດຖະບານ ຄົ້ນຄວ້າວິທີການແກ້ໄຂບັນຫາດັ່ງກ່າວ ໃຫ້ມີຜົນສໍາເລັດ.
3. ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026, ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ການພັດທະນາຕາມທິດການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ຕາມທິດສີ ຂຽວ ແລະ ຍືນຍົງ, ເກັບລາຍຮັບໃຫ້ຄົບຖ້ວນ ບັນລຸ 20% ຂອງ GDP ຂຶ້ນໄປ ພ້ອມທັງປະຕິບັດລາຍຈ່າຍງົບປະມານໃສ່ການພັດທະນາວຽກຈຸດສູມບຸລິມະສິດຂອງລັດຖະບານ ເຊັ່ນ: ການພັດທະນາຂະແໜງການສຶກສາ, ສາທາລະນະສຸກ, ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ການກໍ່ສ້າງສ້ອມແປງເສັ້ນທາງ, ການກໍ່ສ້າງຕ້ານຕາຝັ່ງເຈື່ອນຕາມເຂດຊາຍແດນ.
4. ສະເໜີລັດຖະບານສືບຕໍ່ສ້າງສະຖຽນລະພາບດ້ານເງິນຕາ ເພື່ອຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນລະດັບຕໍ່າ, ຄວບຄຸມໃຫ້ອັດຕາແລກປ່ຽນຄົງທີ່, ເພີ່ມປະລິມານຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 5 ເດືອນຂຶ້ນໄປ, ສ້າງຄັງແຮດ້ວຍຄໍາ ເພື່ອຮັກສາສະຖານະພາບດ້ານການເງິນຂອງປະເທດເຮົາໃຫ້ໝັ້ນຄົງ, ສະໜອງສິນເຊື່ອດອກເບ້ຍຕ່ຳ ເຂົ້າໃນການຜະລິດ ແລະ ປຸງແຕ່ງສິນຄ້າໃຫ້ພຽງພໍ.
5. ເພີ່ມທະວີການຊຸກຍູ້, ສົ່ງເສີມການຜະລິດກະສິກໍາໃຫ້ແຂງແຮງ ພ້ອມທັງເອົາໃຈໃສ່ຊ່ວຍເຫຼືອຊາວກະສິກອນດ້ານເຕັກນິກວິຊາການ, ທຶນຮອນ, ຕະຫຼາດຈໍາໜ່າຍ ແລະ ຟື້ນຟູພື້ນທີ່ທໍາການຜະລິດທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ໃຫ້ສາມາດສືບຕໍ່ການຜະລິດປົກກະຕິ ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າ, ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນຢ່າງເຂັ້ມງວດ, ຄຸ້ມຄອງລາຄາສິນຄ້າ ແລະ ສະບຽງອາຫານ ໃນລະດັບທີ່ເໝາະສົມ.
6. ສືບຕໍ່ກວດກາຢ່າງເຂັ້ມງວດຕໍ່ບັນດາໂຄງການລົງທຶນທີ່ມີປະສິດທິຜົນຕໍ່າ, ສຸມໃສ່ການພັດທະນາໂຄງການພະລັງງານໄຟຟ້າທົດແທນ ເສີມໃສ່ບັນດາສະຖານີຈຸດທີ່ຂາດແຄນ ເພື່ອສະໜອງໄຟຟ້າໃຫ້ພຽງພໍກັບການຊົມໃຊ້ພາຍໃນ, ຄຸ້ມຄອງ ແລະ ປັບປຸງໂຄງສ້າງລາຄາໄຟຟ້າໃຫ້ເໝາະສົມກັບສະພາບຕົວຈິງ ບໍ່ໃຫ້ກະທົບຕໍ່ຊີວິດເປັນຢູ່ ແລະ ການຜະລິດ.
7. ສຸມງົບປະມານໃສ່ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງທີ່ເປ່ເພ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອອໍານວຍຄວາມສະດວກການຂົນສົ່ງ, ການສັນຈອນໄປ-ມາຂອງປະຊາຊົນ ແລະ ການທ່ອງທ່ຽວ, ຄວບຄຸມລົດບັນທຸກນໍ້າໜັກເກີນ ແລະ ມີມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ.
8. ສືບຕໍ່ຊຸກຍູ້, ສົ່ງເສີມການຫັນເປັນທັນສະໄໝໃນການບໍລິຫານລັດ, ການພັດທະນາເສດຖະກິດ ແລະ ການຄຸ້ມຄອງສັງຄົມແບບດິຈິຕອນ ດ້ວຍການຂະຫຍາຍເຄືອຂ່າຍເຊື່ອມໂຍງຖານຂໍ້ມູນບັນດາອົງການຈັດຕັ້ງລັດ, ພາກທຸລະກິດ, ເອກະຊົນ ແລະ ປະຊາຊົນ ດ້ວຍເອເລັກໂຕຣນິກທີ່ທັນສະໄໝ ໃຫ້ເຊື່ອມໂຍງເຂົ້າຫາກັນໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.
9. ກອງປະຊຸມເຫັນດີໂດຍພື້ນຖານຕໍ່ການສະເໜີປັບປຸງດັດຊະນີເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ ແລະ ພະນັກງານບຳນານ ທີ່ຈະເລີ່ມຈັດຕັ້ງປະຕິບັດໃນເດືອນ 1 ປີ 2026 ເປັນຕົ້ນໄປ ແຕ່ລາຍລະອຽດສະເໜີໃຫ້ສືບຕໍ່ຄົ້ນຄວ້າ ແລະ ກໍານົດນະໂຍບາຍທີ່ຊັດເຈນ ແລະ ຮັດກຸມ.
10. ສືບຕໍ່ນໍາເອົາຄໍາຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໄປຄົ້ນຄວ້າປັບປຸງການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອກະກຽມສະເໜີຮັບຮອງໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X.