(ສພຂ) – ວັນພຸດທີ 23 ເມສາຜ່ານມາ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ອຸດົມໄຊ ໄດ້ຈັດກອງປະຊຸມເກັບກໍາ ແລະ ປຶກສາຫາລືວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໂດຍການເປັນປະທານຮ່ວມຂອງທ່ານ ສຸບັນ ສະວະບຸດ ຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນຄະນະປະຈໍາ, ຄະນະເລຂາທິການ, ຫົວໜ້າຂະແໜງຂອງ ສພຂ ພ້ອມດ້ວຍແຂກຖືກເຊີນຈາກບັນດາພະແນກການ, ອົງການ ແລະ ຂະແໜງການກ່ຽວຂ້ອງ.

ກອງປະຊຸມໄດ້ຮັບຟັງການລາຍງານໂດຍສັງເຂບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ແລະ ເມືອງ; ການປັບປຸງກົງຈັກຂັ້ນແຂວງ ແລະ ຂັ້ນເມືອງ ຕາມຄໍາແນະນໍາເລກທີ 483/ຄລສພ, ລົງວັນທີ 4 ເມສາ 2025 ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ; ການລາຍງານໂດຍສັງເຂບກ່ຽວກັບໂຄງປະກອບການຈັດຕັ້ງ, ບຸກຄະລາກອນ, ວຽກງານການການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ການຈັດຕັ້ງປະຕິບັດພາລະບົດບາດຂອງສະພາປະຊາຊົນແຂວງອຸດົມໄຊ. ຫຼັງຈາກນັ້ນ, ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ມີຄວາມສະດວກ, ວອງໄວ, ທັນເວລາ, ຖືກຕ້ອງຕາມລະບຽບຫຼັກການ ແລະ ກົດໝາຍກໍານົດໄວ້.