ຮຽບຮຽງເນື້ອໃນຮ່າງກົດໝາຍວ່າດ້ວຍລະບົບການຊຳລະ

ທ.ວ. 12, 2023 | SlideMobile, ຂ່າວເດັ່ນ

(ສພຊ) ເພື່ອຮັບປະກັນທາງດ້ານເນື້ອໃນຂອງຮ່າງກົດໝາຍວ່າດ້ວຍລະບົບການຊໍາລະ (ສະບັບປັບປຸງ) ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃຫ້ມີເນື້ອໃນທີ່ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ; ໃນຕອນເຊົ້າຂອງວັນທີ 11 ທັນວາ 2023 ທີ່ຫໍສະພາແຫ່ງຊາດ ໄດ້ມີກອງປະຊຸມຮຽບຮຽງເນື້ອໃນຂອງຮ່າງກົດໝາຍວ່າດ້ວຍລະບົບການຊຳລະ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ປອ. ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ; ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປລາວ ແລະ ທ່ານ ປອ. ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ; ບັນດາທ່ານທີ່ປຶກ ສາທາງດ້ານກົດໝາຍ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ ແລະ ທະນາ ຄານ ແຫ່ງ ສປປລາວ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະເໜີບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ໄດ້ປະກອບຄຳເຫັນຢູ່ກອງປະຊຸມສະໄໝສາມັນເທື່ອທີ 6 ຈາກຕາງໜ້າກົມກົດໝາຍຂອງສະພາແຫ່ງຊາດ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ເລືອກເຟັ້ນເອົາບັນດາຄຳຄິດເຫັນຂອງ ສສຊ ທີ່ມີເຫດຜົນ ມາປັບປຸງໃສ່ຮ່າງກົດໝາຍສະບັບດັ່ງກ່າວ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ກ່າວຕໍ່ກອງປະຊຸມວ່າ: ກອງປະຊຸມຄົ້ນຄວ້າ ແລະ ຮຽບຮຽງເນື້ອໃນຂອງຮ່າງກົດໝາຍວ່າດ້ວຍລະບົບການຊຳລະ (ສະບັບປັບປຸງ) ຕາມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະ ພາແຫ່ງຊາດ ໃນຄັ້ງວັນທີ 10 ພະຈິກ 2023 ເຊິ່ງການຄົ້ນຄວ້າ ແລະ ປະກອບຄໍາເຫັນຂອງບັນດາທ່ານ ສສຊ ມີຈໍານວນ 10 ທ່ານ ກວມເອົາ 21 ມາດຕາ, 53 ເນື້ອໃນ; ຈາກນັ້ນ, ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍລະບົບການຊຳລະ ກໍໄດ້ຄົ້ນຄວ້າພິຈາລະນາບັນດາຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ສຳເລັດໂດຍພື້ນຖານແລ້ວ ໃນນີ້, ສາ ມາດປັບປຸງຕາມການປະກອບຄໍາເຫັນຂອງ ສສຊ ຈໍານວນ 8 ມາດຕາ ແລະ ສະເໜີຮັກສາໄວ້ຄືເກົ່າ ຈໍານວນ 13 ມາດຕາ . ກົດໝາຍສະບັບນີ້ ກໍເປັນກົດໝາຍສະບັບໜຶ່ງທີ່ຜ່ານການຮັບຮອງຈາກສະມາຊິກສະພາແຫ່ງຊາດດ້ວຍຄະແນນ 99,3 ສ່ວນຮ້ອຍ ເຊິ່ງເປັນຄະແນນທີ່ສູງ. ທ່ານຍັງໄດ້ກ່າວຕື່ມອີກວ່າ: ກອງປະຊຸມຄັ້ງນີ້ ດຳເນີນໄປເປັນເວລາ 1 ວັນ ເພື່ອພ້ອມກັນຄົ້ນຄວ້າຄືນບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດ ເພື່ອເລືອກເຟັ້ນເອົາຄຳເຫັນທີ່ມີເຫດມີຜົນປັບປຸງໃສ່ກົດ ໝາຍ ແນໃສ່ເຮັດໃຫ້ເນື້ອໃນຂອງກົດໝາຍມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້; ສະນັ້ນ, ເພື່ອຮັບປະກັນໃຫ້ບັນດາຄໍາເຫັນທີ່ ສສຊ ໄດ້ປະກອບໃສ່ ໄດ້ຮັບການຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງນັ້ນ ຈຶ່ງຂໍສະເໜີໃຫ້ບັນດາທ່ານໄດ້ພ້ອມກັນຄົ້ນຄວ້າຕື່ມຕໍ່ຄໍາເຫັນທີ່ບໍ່ສາມາດປັບປຸງໄດ້ນັ້ນ ຄະນະຮັບຜິດຊອບໄດ້ໃຫ້ເຫດຜົນພຽງພໍແລ້ວບໍ່ ຫຼື ຄວນຕ້ອງໄດ້ປັບປຸງຄືແນວໃດ ເພື່ອເຮັດໃຫ້ກົດໝາຍສະບັບນີ້ປະກາດໃຊ້ ແລ້ວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.