(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນປະຫວັດ 50 ປີ ຂອງສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 7-9 ກໍລະກົດ 2025 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຂອງສະພາແຫ່ງຊາດ, ມີທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຂອງສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານໃນຄະນະ ແລະ ກອງເລຂາຄະນະດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນກ່າວເປີດວ່າ: ຈຸດປະສົງ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລະດົມຄວາມຄິດ ແລະ ສຸມສະຕິປັນຍາ ເຂົ້າໃສ່ໃນການຄົ້ນຄວ້າ, ຮຽບຮຽງຮ່າງປຶ້ມປະຫວັດສະພາແຫ່ງຊາດ 50 ປີ ໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ສອດຄ່ອງກັບສະພາບການເຄື່ອນໄຫວຕົວຈິງຂອງສະພາແຫ່ງຊາດ ໃນໄລຍະ 50 ປີທີ່ຜ່ານມາ.
ກອງປະຊຸມໄດ້ຮັບຟັງການສະເໜີຫຍໍ້ການປັບປຸງເນື້ອໃນຂອງແຕ່ລະໜ່ວຍງານເປັນຕົ້ນ: ການສະເໜີໂຄງຮ່າງປະຫວັດສະພາແຫ່ງຊາດ, ເນື້ອໃນພາກທີ I ຂະບວນວິວັດການກຳເນີດຂອງສະພາປະຊາຊົນສູງສຸດ, ເນື້ອໃນພາກທີ II ການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດໃນແຕ່ລະໄລຍະ (1975-2025), ພາກທີ III ສະຫຼຸບສັງລວມ, ແລະ ຮ່າງບົດລາຍງານຜົນຂອງການຮຽບຮຽງເນື້ອໃນຂອງປຶ້ມປະຫວັດ 50 ປີ ສະພາແຫ່ງຊາດ ແລະ ຈັດແບ່ງເປັນກຸ່ມຄົ້ນຄວ້າລົງເລິກບັນດາເນື້ອໃນແຕ່ລະພາກ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອໄປລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ ແລະ ຈັດພິມແຈກຢາຍໃຫ້ທັນຕາມກຳນົດເວລາ.
(ສອນສັກ ວັນວິໄຊ)