(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນປະຫວັດ 50 ປີ ສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 26-28 ມີນາ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຂອງສະພາແຫ່ງຊາດ, ມີທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຮອງຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຂອງສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານໃນຄະນະ ແລະ ກອງເລຂາຄະນະດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

ບັນດາເນື້ອໃນທີ່ນຳມາຄົ້ນຄວ້າໃນກອງປະຊຸມຄັ້ງນີ້ປະກອບມີ: ການສະເໜີໂຄງຮ່າງປະຫວັດສະພາແຫ່ງຊາດ, ເນື້ອໃນພາກທີ I ຂະບວນວິວັດການກຳເນີດຂອງສະພາປະຊາຊົນສູງສຸດ, ເນື້ອໃນພາກທີ II ການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດໃນແຕ່ລະໄລຍະ (1975-2025), ພາກທີ III ສະຫຼຸບສັງລວມ, ແລະ ຮ່າງບົດລາຍງານຜົນຂອງການຮຽບຮຽງຂຽນເນື້ອໃນປະຫວັດສະພາແຫ່ງຊາດ ຕໍ່ຄະນະປະຈຳສະພາແຫ່ງຊາດ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ລະດົມແນວຄວາມຄິດ ແລະ ສຸມສະຕິປັນຍາປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ການດຳເນີນການຄົ້ນຄວ້າ ແລະ ຮຽບຮຽງເນື້ອໃນຂອງປຶ້ມປະຫວັດ 50 ປີ ສະພາແຫ່ງຊາດ ມີເນື້ອໃນຄົບຖ້ວນສົມບູນ ເພື່ອໄປລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ແລະ ຈັດພິມເຜີຍແຜ່ໃຫ້ທັນຕາມກຳນົດເວລາ.
(ກົງທະນູຄຳ ພິພັດເສລີ)