(ສພຊ) – ວັນທີ 23 ເມສານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ (ສະບັບປັບປຸງ) ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາປະທານ ແລະ ຮອງປະທານກຳມາທິການຂອງ ສພຊ, ຮອງລັດຖະມົນຕີກະຊວງພາຍ ໃນ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຕາງໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄະນະຈັດຕັ້ງສູນກາງພັກ, ຄະນະກົມສົນທິສັນຍາ ແລະ ກົດໝາຍ ຂອງກະຊວງການຕ່າງປະເທດ, ຄະນະກົມທີ່ກ່ຽວຂ້ອງຂອງກະຊວງການເງິນ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄຳໃບ ດຳລັດ ໄດ້ກ່າວວ່າ: ຕາມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 19 ມີນາ 2025 ຈໍານວນ 45 ທ່ານເຊິ່ງກວມເອົາ 33 ມາດຕາ, 102 ເນື້ອໃນ ແລະ ໃນຕອນເຊົ້າຂອງວັນທີ 20 ມີນາ 2025 ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ໄດ້ຜ່ານການຮັບຮອງເອົາດ້ວຍຄະແນນສຽງເຫັນດີ 94.83%; ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສຸມໃສ່ຄົ້ນຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນເອົາບັນດາຄໍາເຫັນຂອງ ສສຊ ມາພິຈາລະນາປັບປຸງໃສ່ເນື້ອໃນກົດໝາຍວ່າດ້ວຍພະນັກງານ-ລັດຖະກອນເປັນຄັ້ງສຸດທ້າຍ ເພື່ອໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ກ່ອນນໍາສະເໜີປະທານສະພາແຫ່ງຊາດລົງລາຍເຊັນ.
(ສອນສັກ ວັນວິໄຊ)