(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ໄດ້ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ເຂົ້າຮ່ວມມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ບັນດາທ່ານຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທີ່ປຶກສາທາງດ້ານກົດໝາຍຂອງ ຄປຈສພຊ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.

ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ມີຄຳເຫັນວ່າ: ກົດໝາຍວ່າດ້ວຍການປູກຝັງ ໄດ້ຖືກພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 25 ມິຖຸນາ 2025 ດ້ວຍຄະແນນສຽງເຫັນດີເກືອບ 98%; ກອງປະຊຸມຮຽບຮຽງເນື້ອໃນຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ພິຈາລະນາບັນດາຄໍາເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ທີ່ກວມເອົາທັງຊື່, ໂຄງປະກອບ ແລະ ເນື້ອໃນກົດໝາຍ 55 ມາດຕາ ກວມເອົາ 162 ເນື້ອໃນ ເຊິ່ງບັນດາຄໍາຄິດຄໍາເຫັນຕ່າງໆນັ້ນ ກົມກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ຄະນະຮັບຜິດຊອບສ້າງກົດໝາຍ ກໍໄດ້ຮ່ວມກັນຄົ້ນຄວ້າ ແລະ ປັບປຸງຄຳເຫັນທີ່ມີເຫດຜົນ ໃສ່ເນື້ອໃນກົດໝາຍແລ້ວ. ສະນັ້ນ, ກອງປະຊຸມຄັ້ງນີ້ ຈະກວດກາຄືນບັນດາເນື້ອໃນທີ່ຄະນະຮັບຜິດຊອບໄດ້ປັບປຸງຕາມຄຳເຫັນຂອງ ສສຊ ວ່າມີຄວາມສອດຄ່ອງແລ້ວບໍ່; ນອກຈາກນັ້ນ, ຖ້າເຫັນວ່າຍັງມີບັນຫາໃດທີ່ເນື້ອໃນກົດໝາຍກຳນົດແລ້ວ ແຕ່ຍັງບໍ່ທັນສອດຄ່ອງ, ບໍ່ທັນຈະແຈ້ງ ກໍຍົກຂຶ້ນມາປຶກສາຫາລືກັນຕື່ມ ເພື່ອຮັບປະກັນໃຫ້ເນື້ອໃນກົດໝາຍສະບັບນີ້ ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

(ອານຸສອນ ພູມມີທອນ)