(ສພຊ) – ໃນວາລະຕອນບ່າຍວັນທີ 24 ມີນາຜ່ານມາ, ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ 15 ທ່ານ ດັ່ງນີ້:

1. ທ່ານ ໄພວີ ສີບົວລິພາ ປະທານສານປະຊາຊົນສູງສຸດ;
2. ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ;
3. ທ່ານ ປອ. ອານົງ ຍອຍສາຍຄໍາ ຮອງປະທານສານປະຊາຊົນສູງສຸດ;
4. ທ່ານ ຂຸນສຸວັນ ສຸທຳມະວົງ ຮອງປະທານສານປະຊາຊົນສູງສຸດ;
5. ທ່ານ ພັອ. ວັນ ສີເຟືອງ ຜູ້ພິພາກສາຊັ້ນສີ່, ຮອງປະທານສານປະຊາຊົນສູງສຸດ;
6. ທ່ານ ສົມຈິດ ແກ້ວມະນີໄລ ຜູ້ພິພາກສາຊັ້ນສີ່, ຫົວໜ້າຄະນະສານອາຍາ;
7. ທ່ານ ນາງ ທັນສະໄໝ ຊາມຸນຕີ ຜູ້ພິພາກສາຊັ້ນສີ່, ຫົວໜ້າຄະນະສານຄອບຄົວ;
8. ທ່ານ ນາງ ຈັນຖະໜອມ ສີລີວັດ ຜູ້ພິພາກສາຊັ້ນສີ່, ຫົວໜ້າຄະນະສານການຄ້າ;
9. ທ່ານ ແສງສຸວັນ ຈັນທະລຸນນະວົງ ຜູ້ພິພາກສາຊັ້ນສີ່, ຫົວໜ້າກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ;
10. ທ່ານ ໄຊສົມພອນ ເພັດຊົມພູ ຜູ້ພິພາກສາຊັ້ນສີ່, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ;
11. ທ່ານ ຈິດຕາວັນ ວົງໄຊ ຜູ້ພິພາກສາຊັ້ນສີ່, ຮັກສາການຫົວໜ້າຄະນະສານແຮງງານ;
12. ທ່ານ ນາລິສວນ ສາຍສຸລິຍາ ຜູ້ພິພາກສາຊັ້ນສີ່, ຮັກສາການຫົວໜ້າຄະນະສານເພ່ງ;
13. ທ່ານ ສັກກຸນາ ຍະພິຈິດ ຜູ້ພິພາກສາຊັ້ນສີ່, ຮັກສາການຫົວໜ້າຄະນະສານປົກຄອງ;
14. ທ່ານ ນາງ ຈອມພັນ ຈັນທະວີ ຜູ້ພິພາກສາຊັ້ນສີ່, ຮອງຫົວໜ້າຄະນະສານອາຍາ;
15. ທ່ານ ສີວັນ ບຸນທະລາ ຜູ້ພິພາກສາຊັ້ນສີ່, ຮອງຫົວໜ້າຄະນະສານການຄ້າ.
ສະພາຜູ້ພິພາກສາ ແມ່ນຄະນະນຳຂອງສານປະຊາຊົນສູງສຸດ ເຊິ່ງປະກອບດ້ວຍປະທານ, ບັນດາຮອງປະທານ, ບັນດາຫົວໜ້າຄະນະສານ ແລະ ຜູ້ພິພາກສາຈຳນວນໜຶ່ງ ຂອງສານປະຊາຊົນສູງສຸດ ໂດຍແມ່ນສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ.

ຈຳນວນສະມາຊິກສະພາຜູ້ພິພາກສາ ບໍ່ໃຫ້ເກີນສິບຫ້າຄົນ.
ສະພາຜູ້ພິພາກສາ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າຮ່າງກົດໝາຍ ແລະ ຮ່າງນິຕິກຳອື່ນຂອງສານປະຊາຊົນ;
2. ຄົ້ນຄວ້າຮ່າງຄຳແນະນຳຂອງສານປະຊາຊົນສູງສຸດ ກ່ຽວກັບການປະຕິບັດກົດໝາຍ ແລະ ການດຳເນີນຄະດີຂອງສານປະຊາຊົນ ໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນທົ່ວປະເທດ;
3. ຄົ້ນຄວ້າຮ່າງຄຳແນະນຳທາງດ້ານປະເພນີສານຂອງສານປະຊາຊົນສູງສຸດ;
4. ຄົ້ນຄວ້າຄຳຕັດສີນປະຫານຊີວິດ ຂອງສານປະຊາຊົນທ້ອງຖິ່ນ ແລະ ສານທະຫານ ເພື່ອສະເໜີໃຫ້ປະທານສານປະຊາຊົນສູງສຸດ ອອກຄຳຊີ້ຂາດ;
5. ຄົ້ນຄວ້າຄຳສະເໜີຮື້ຟື້ນຄະດີຂອງໄອຍະການປະຊາຊົນສູງສຸດ;
6. ຄົ້ນຄວ້າການແຕ່ງຕັ້ງ ຫຼື ປົດຕຳແໜ່ງຮອງປະທານສານປະຊາຊົນສູງສຸດ ເພື່ອໃຫ້ປະທານສານປະຊາຊົນສູງສຸດ ສະເໜີຕໍ່ປະທານປະເທດ ພິຈາລະນາ;
7. ຄົ້ນຄວ້າການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ຜູ້ພິພາກສາຂອງສານປະຊາຊົນ ເພື່ອໃຫ້ປະທານສານປະຊາຊົນສູງສຸດ ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ;
8. ກະກຽມເນື້ອໃນ ແລະ ຮູບການກອງປະຊຸມໃຫຍ່ຜູ້ພິພາກສາ;
9. ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານຂອງສານ ເປັນຕົ້ນ ການດຳເນີນຄະດີ;
10. ຄົ້ນຄວ້າຮ່າງບົດລາຍງານຂອງປະທານສານປະຊາຊົນສູງສຸດ ກ່ຽວກັບກັບການເຄື່ອນໄຫວວຽກງານຂອງສານ ເພື່ອນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ;
11. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ກອງປະຊຸມສະພາຜູ້ພິພາກສາ ເປີດຂຶ້ນຢ່າງໜ້ອຍສາມເດືອນຕໍ່ເທື່ອ.
ກອງປະຊຸມສະພາຜູ້ພິພາກສາ ຈະດຳເນີນໄດ້ກໍຕໍ່ເມື່ອຫາກມີສະມາຊິກເຂົ້າຮ່ວມຢ່າງໜ້ອຍສອງສ່ວນສາມຂອງຈຳນວນສະມາຊິກສະພາຜູ້ພິພາກສາທັງໝົດ.
ມະຕິຂອງກອງປະຊຸມສະພາຜູ້ພິພາກສາ ຈະມີຄຸນຄ່າໄດ້ ກໍຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນສະມາຊິກທີ່ເຂົ້າຮ່ວມກອງປະຊຸມ.

