ໃນຕອນເຊົ້າວັນທີ 28 ພຶດສະພາ2025 ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ທ່ານ ນວນທອງ ສຸວັນວິໄຊ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ ແລະ ເກັບກຳຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ. ໂອກາດດັ່ງກ່າວ ທ່ານ ນວນທອງ ສຸວັນວິໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ ເພື່ອລາຍງານ ແລະ ແຈ້ງຈຸດປະສົງ ໃນການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້, ພ້ອມດຽວກັນນັ້ນ, ກໍໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ມີຮອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.
ຈຸດປະສົງຂອງການລົງເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາແຫ່ງຊາດ ຄັ້ງນີ້ ກໍເພື່ອຕິດຕາມຊຸກຍູູ້ ແລະ ເກັບກຳຂໍ້ມູນ ການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ໂດຍສະເພາະແມ່ນການເປັນເສນາທິການໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ເປັນຕົ້ນ ແມ່ນວຽກງານດ້ານເນື້ອໃນ, ວຽກງານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ວຽກງານງົບປະມານ-ການເງິນ, ວຽກງານບໍລິຫານ-ພິທີການ, ວຽກງານສື່ມວນຊົນ, ວຽກງານກວດກາ ແລະ ວຽກງານອື່ນໆ. ທັງນີ້ກໍເພື່ອສ້າງເງື່ອນໄຂໃຫ້ບັນດາກົມ ຂອງຄະນະເລຂາທິການສະພາແຫ່ງຊາດ ໄດ້ແລກປ່ຽນບົດຮຽນກັບຂະແໜງການທີ່ກ່ຽວຂ້ອງ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ເພື່ອແນໃສ່ເກັບກຳສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນດາຂໍ້ສະເໜີຕ່າງໆ ໃນການປະຕິບັດໜ້າທີ່ວຽກງານຜ່ານມາ ແລະ ການກະກຽມ ໃຫ້ແກ່ການດຳເນີນກອງປະຊຸມ ສະໄໝສາມັນ ຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ໃຫ້ໄດ້ຮັບຜົນດີ ແລະ ສອດຄ່ອງກັບສະພາບເງື່ອນໄຂຈຸດພິເສດຂອງສູນກາງ ແລະ ທ້ອງຖິ່ນ ໃນປັດຈຸບັນ ເພື່ອຮັບປະກັນທາງດ້ານຮູບການ, ວິທີການ, ຂັ້ນຕອນການດຳເນີນ, ການກະກຽມວຽກງານທາງດ້ານບໍລິຫານ ແລະ ພິທີການ ຮັບໃຊ້ການດຳເນີນກອງປະຊຸມ ດັ່ງກ່າວ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ທັນການ ແລະ ມີຜົນສຳເລັດຕາມຄາດໝາຍ.
ໂອກາດດັ່ງກ່າວ, ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນແຂວງຄຳມ່ວນ ໄດ້ລາຍງານຫຍໍ້ ກ່ຽວກັບສະພາບພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ປີ 2024 ທີ່ຜ່ານມາ, ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ເປັນຕົ້ນ: ແມ່ນການກະກຽມທາງດ້ານເນື້ອໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6-7 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ສ້າງແຜນການເຄື່ອນໄຫວພົບປະ ປະຊາຊົນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ເຊິ່ງສັງລວມໄດ້ 240 ຈຸດ, ມີຜູ້ເຂົ້າຮ່ວມທັງໝົດ 25,859 ເທື່ອຄົນ, ຍິງ 12,366 ເທື່ອຄົນ; ໃນໄລຍະເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ຮັບສາຍດ່ວນຂອງກອງປະຊຸມ ສະພາປະຊາຊົນຂັ້ນແຂວງ ສົ່ງໃຫ້ແກ່ອົງການລັດຂັ້ນຕ່າງໆ ນຳໄປພິຈາລະນາ ແກ້ໄຂ ທັງໝົດ 852 ຄຳສະເໜີ ແລະ ສ້າງແຜນດຳເນີນກອງປະຊຸມ ຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ ສາມັນປະຈຳເດືອນ, ກອງປະຊຸມ ປະຈຳປີ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ 9 ຄັ້ງ ແລະວຽກງານອຶ່ນໆໃຫ້, ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຮັບຊາບ. ພ້ອມນີ້, ຮອງເລຂາທິການສະພາແຫ່ງຊາດ ຍັງໄດ້ມີຄຳເຫັນເຈາະຈີ້ມ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ໃນໄລຍະຜ່ານມາ. ຈາກນັ້ນ ຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດຄຳເຫັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ແນໃສ່ປຶກສາຫາລື ກ່ຽວກັບແຜນການຈັດຕັ້ງປະຕິບັດວຽກງານຂອງ ຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ໃນຕໍ່ໜ້າ ໃຫ້ໄດ້ຮັບການເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໂດຍ: ເອື້ອ ມະໂນສິງ