
ຕອນເຊົ້າວັນທີ 31 ສິງຫາ 2023 ນີ້, ທີ່ຫ້ອງວ່າການ ແຂວງ ເຊກອງ ທ່ານ ຂັນຕີ ສີລະວົງສາ ກໍາມະການຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ເຊກອງ ພ້ອມດ້ວຍຄະນະນໍາຂອງແຂວງ-ຂອງສະພາ ໄດ້ໃຫ້ກຽດຕ້ອນຮັບທ່ານ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເຊກອງ ໃນລະຫວ່າງວັນທີ 30 ສິງຫາ ຫາວັນທີ 01 ກັນຍາ 2023 ນີ້.