ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ

ກ.ພ. 3, 2026

(ສພຊ) – ວັນທີ 19-29 ມັງກອນຜ່ານມາ, ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ (ສພຊ), ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ພ້ອມດ້ວຍທ່ານ ເພັງນິລັນ ຄຳພັນເພັງ ກຳມະ ການສູນກາງພັກ, ເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7, ປະທານສະພາປະຊາຊົນແຂວງ (ສພຂ) ໄຊຍະບູລີ ພ້ອມດ້ວຍ ສສຊ ປະຈຳເຂດເລືອກຕັ້ງທີ 7 ສົມທົບກັບສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງ ໄດ້ເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ແລະ ສພຂ ໄຊຍະບູລີ ຊຸດທີ IV ຢູ່ 11 ເມືອງ ແລະ ພະແນກການຂອງແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານປະທານຄະນະກຳມະການປົກຄອງແຂວງ, ບັນດາເລຂາຄະນະບໍລິຫານງານພັກເມືອງ, ຄະນະປະຈຳພັກເມືອງ ເຊິ່ງມີພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ-ຕຳຫຼວດ, ເລຂາພັກບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນການເຄື່ອນໄຫວ, ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ບາງທິດທາງແຜນການໃນຕໍ່ໜ້າ ຂອງແຕ່ລະເມືອງ; ຈາກນັ້ນ, ສສຊ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ເຊິ່ງໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດຊາດ 14 ເນື້ອໃນ ແລະ ຮັບຮອງອອກເປັນມະຕິ 8 ສະບັບ ແລະ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຂ ໄຊຍະບູລີ ຊຸດທີ IV ເຊິ່ງໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງທ້ອງຖິ່ນ 7 ເນື້ອໃນ ແລະ ຮັບຮອງອອກເປັນມະຕິ 6 ສະບັບ. ພ້ອມນັ້ນ, ບັນດາທ່ານ ສສຊ ຍັງໄດ້ສະແດງຄວາມຂອບໃຈຕໍ່ປະຊາຊົນຜູ້ມີສິດເລືອກຕັ້ງໃນເຂດເລືອກຕັ້ງທີ 7 ທີ່ໄດ້ໃຫ້ການສະໜັບສະໜູນໃນການເຄື່ອນໄຫວເປັນຕົວແທນແຫ່ງສິດ, ຜົນປະ ໂຫຍດຂອງປະຊາຊົນ ໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ, ສະແດງຄວາມຂອບໃຈພໍ່ແມ່ປະຊາຊົນຊາວແຂວງໄຊຍະບູລີ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ເລືອກຕັ້ງເອົາມາເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ, ແລະ ສະແດງຄວາມຫວັງວ່າ ບັນດາທ່ານຜູ້ມີສິດເລືອກຕັ້ງ ຈະເຂົ້າຮ່ວມໃນບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ໄດ້ຕາມຄາດໝາຍ.
(ນາງ ອາລິນ ສຸພິມມະປະດິດ)