ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ 2 ແຂວງພາກເໜືອ

ສ.ຫ. 15, 2025

(ສພຊ) – ວັນທີ 14-15 ສິງຫານີ້, ທ່ານ ຄໍາໃບ ດໍາລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕິດຕາມກວດກາໂຄງການພັດທະນາທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ຢູ່ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ ໂດຍໄດ້ເປີດກອງປະຊຸມເຮັດວຽກຮ່ວກັບບັນດາທ່ານຮອງປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງອຸດົມໄຊ, ຕາງໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຕາງໜ້າພະແນກການຂອງແຂວງຄື: ກະສິກຳ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ການຄ້າ, ແຮງງານ ແລະ ສະ ຫວັດດີການສັງຄົມ, ໂຍທາທິການ ແລະ ຂົນສົ່ງ, ຄະນະໄກ່ເກຍສິ່ງກີດຂວາງທາງລົດໄຟລາວ-ຈີນ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທັງນີ້, ກໍເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດຂອງບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນຜົນກະທົບຈາກໂຄງການຂຸດຄົ້ນແຮ່ທາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ ແລະ ເພື່ອເກັບກຳຂໍ້ມູນສະພາບຕົວຈິງຢູ່ຂົງເຂດທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ, ພື້ນທີ່ທຳການຜະລິດ, ນ້ຳກິນນ້ຳໃຊ້ບໍ່ພຽງພໍ, ນິເວດວິທະຍາ, ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ກໍຄືການທົດແທນຄ່າເສຍຫາຍ, ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ນຳມາວິເຄາະວິໄຈ ແລະ ສັງລວມລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ເພື່ອສະເໜີທິດທາງ, ວິທີການ ແລະ ມາດຕະການ ໃຫ້ລັດຖະບານ ກໍຄືຂະ ແໜງການທີ່ກ່ຽວຂ້ອງ ປັບປຸງແກ້ໄຂ.
ກອງປະຊຸມໄດ້ຕີລາຄາຄືນການຈັດຕັ້ງປະຕິບັດມະຕິ ສພຊ ໃນວຽກງານກະສິກໍາປ່າໄມ້ ແລະ ສິ່ງແວດລ້ອມ, ອຸດສາຫະກໍາ ແລະ ການຄ້າ, ແຮງງານ ແລະ ສະຫວັດດີການສັງຄົມ, ການແກ້ໄຂຊົດເຊີຍຜົນກະທົບຈາກໂຄງການພັດ ທະນາເມືອງທັນສະໄໝ (Smart City), ການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ, ລົງວັນທີ 7/3/2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆ, ການແກ້ໄຂສະພາບຄວາມບໍ່ສະຫງົບກ່ຽວກັບການຂຸດຄົ້ນແຮ່ຄໍາຢູ່ຜາປົນ ເມືອງປາກອູ ແຂວງອຸດົມໄຊ, ການແກ້ໄຂຜົນກະທົບຈາກໂຄງການເຂື່ອນໄຟຟ້ານ້ຳ ຈຸດແຂວງຫຼວງພະບາງ, ການແກ້ໄຂຜົນກະທົບຈາກໂຄງການທາງລົດໄຟຟ້າລາວ-ຈີນ, ການແກ້ໄຂບັນຫາສາສະໜາ ເພື່ອໃຫ້ມີຄວາມປອງດອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.
ນອກນັ້ນ, ທ່ານ ຄຳໃບ ດຳລັດ ພ້ອມດ້ວຍຄະນະທີມງານຈາກ ສພຊ ຍັງໄດ້ອວຍພອນຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໂດຍການຕ້ອນຮັບຈາກທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ, ມີຮອງເລຂາ ແລະ ບັນດາທ່ານໃນຄະນະປະຈຳພັກແຂວງ ເຂົ້າຮ່ວມ; ຈາກນັ້ນ, ຍັງໄດ້ໄປຢ້ຽມຊົມສູນເຕົ້າໂຮມຄ່ຽນຖ່າຍສິນຄ້າມະຫາໂຊກ, ສາງເກັບມ້ຽນສິນຄ້າ ແລະ ສະມາຄົມຜູ້ຂົນສົ່ງສິນຄ້າທາງບົກ ແຂວງອຸດົມໄຊ ອີກດ້ວຍ.
(ນາງ ກຸກກິກ ບຸດດາໄຊ)