ຮອງປະທານສະພາແຫ່ງຊາດ ລາວ-ຫວຽດນາມ ພົບປະສອງຝ່າຍ ໃນລະຫວ່າງການເຂົ້າຮ່ວມກອງປະຊຸມຄະນະປະສານງານໄອປາ (AIPA Caucus) ຄັ້ງທີ 14

ກ.ກ. 17, 2023

(ສພຊ) ໃນວັນທີ 10 ກໍລະກົດ 2023, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເຈິ່ນ ແທງ ເມິ້ນ ກຳມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງຊາດຜູ້ທີ່ໜຶ່ງ ສະພາແຫ່ງຊາດ ສສ.ຫວຽດນາມ ເນື່ອງໃນໂອກາດການເຂົ້າຮ່ວມກອງປະຊຸມຄະນະປຶກສາສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA Caucus) ຄັ້ງທີ 14, ທີ່ ຟູກັວກ, ສສ.ຫວຽດນາມ.
ໃນໂອກາດດັ່ງກ່າວ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ກ່າວຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວຢ່າງອົບອຸ່ນ ແລະ ໄດ້ຕີລາຄາສູງຕໍ່ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ທີ່ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເຊິ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນຢ່າງເປັນປົກກະຕິ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ທີ່ມີຄວາມຄືບໜ້າ ເຖິງຈະມີຄວາມຫຍຸ້ງຍາກ ແລະ ອຸປະສັກຫຼາຍຢ່າງ; ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນເຖິງ ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ບັນດາການນຳພັກ-ລັດ ແລະ ສະພາແຫ່ງຊາດລາວ.
ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບກອງປະຊຸມ AIPA Caucus ຄັ້ງທີ 14 ຂອງສະພາແຫ່ງຊາດຫວຽດນາມ, ຊົມເຊີຍເມືອງຟູກັວກ ກໍຄື ແຂວງກຽນຢາງ ທີ່ໄດ້ມີການພັດທະນາຢ່າງໄວວາຮອບດ້ານ ໂດຍສະເພາະແມ່ນການທ່ອງທ່ຽວ. ທ່ານຮອງປະທານສະພາແຫ່ງຊາດລາວ ຍັງໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ IX, ການກະກຽມເປັນເຈົ້າພາບກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ໃນເດືອນທັນວາ 2023 ແລະ ເປັນປະທານ AIPA ຂອງສະພາແຫ່ງຊາດລາວ ໃນປີ 2024 ເຊິ່ງຫວັງວ່າສະພາແຫ່ງຊາດຫວຽດນາມ ຈະໃຫ້ການສະໜັບສະໜູນສະພາແຫ່ງຊາດລາວ ໃນການປະຕິບັດໜ້າທີ່ສຳຄັນດັ່ງກ່າວ.
ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ສະແດງຄວາມຍິນດີທີ່ຈະໃຫ້ການສະໜັບສະໜູນສະພາແຫ່ງຊາດລາວ ໃນການເປັນເຈົ້າພາບກອງປະຊຸມ CLV ແລະ ການເປັນເຈົ້າພາບກອງປະຊຸມໃຫຍ່ AIPA ຢ່າງເຕັມທີ່ ພ້ອມທັງເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄື ລະຫວ່າງສະພາແຫ່ງຊາດຫວຽດນາມ-ລາວ ຈະສືບຕໍ່ໄດ້ຮັບການຂະຫຍາຍຕົວ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ນອກນັ້ນ, ທ່ານຍັງໄດ້ສະເໜີໃຫ້ສອງສະພາແຫ່ງຊາດ ສືບຕໍ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງວ່າດ້ວຍການຮ່ວມມືທີ່ສອງສະພາແຫ່ງຊາດໄດ້ລົງນາມຮ່ວມກັນໃຫ້ດີ ແລະ ມີໝາກຜົນ, ຊຸກຍູ້ການເຄື່ອນໄຫວວຽກງານຂອງຄະນະມິດຕະພາບລັດຖະສະພາ ຫວຽດນາມ-ລາວ ແລະ ລາວ-ຫວຽດນາມ, ສືບຕໍ່ແລກປ່ຽນຄະນະຜູ້ແທນໄປມາຫາສູ່ກັນ ເພື່ອແບ່ງປັນປະສົບການນຳກັນ, ປະສານສົມທົບກັນໃນການຕິດຕາມກວດກາບັນດາໂຄງການໃຫຍ່ທີ່ຫວຽດນາມລົງທຶນຢູ່ ສປປລາວ ເພື່ອຊຸກຍູ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.