

ໃນໂອກາດນີ້, ຄະນະ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການສ້າງເສດຖະກິດຄອບຄົວ ໃນດ້ານກະສິກຳ ຈາກທ່ານ ໄຊຍະພົນ ອິນທິລາດ ເຈົ້າຂອງສວນ ເຂດນາສະອາດ; ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຄອບຄົວທີ່ໄດ້ທຸ່ມເທທັງທຶນຮອນ ແລະ ເຫື່ອແຮງເຂົ້າໃນການຜະລິດໃຫ້ກາຍເປັນສິນຄ້າ ຕອບສະໜອງຕາມແນວທາງນະໂຍບາຍຂອງພັກ-ລັດ ກ້າວໄປເຖິງການເປັນແບບຢ່າງໃຫ້ແກ່ສັງຄົມ ໄດ້ນຳເອົາບົດຮຽນໄປຈັດຕັ້ງປະຕິບັດຕາມທ່າແຮງ ແລະ ເງື່ອນໄຂຂອງຕົນເອງ ເພື່ອພັດທະນາຊີວິດການປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ.
(ພາບ ແລະ ຂ່າວ: ເອື້ອ ມະໂນສິງ)