(ສພຊ) – ຕອນບ່າຍວັນທີ 9 ກັນຍາຜ່ານມາ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ການນິ ວິຍາຣາຈາ (Kanni Wignaraja) ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ, ຜູ້ອຳນວຍການພາກພື້ນອາຊີ-ປາຊີຟິກ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.
ທ່ານຮອງປະທານສະພາແຫງ່ງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປລາວ ຂອງທ່ານ ນາງ ການນິ ວິຍາຣາຈາ ໃນຄັ້ງນີ້ ເປັນການປະກອບສ່ວນເສີມຂະຫຍາຍການຮ່ວມມືລະຫວ່າງ ສປປລາວ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ໃຫ້ພັດທະນາຍິ່ງໆຂຶ້ນ ທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ UNDP ທີ່ໄດ້ປະກອບສ່ວນສຳຄັນໃນການສະໜັບສະໜູນຊ່ວຍເຫຼືອການພັດທະນາຂອງ ສປປລາວ ໃນຫຼາຍຂະແໜງການທີ່ສຳຄັນ ເປັນຕົ້ນແມ່ນການປົກຄອງ, ເສດຖະກິດ, ການກໍ່ສ້າງພື້ນຖານໂຄງລ່າງ, ການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຊັບພະຍາກອນມະນຸດ, ການເກັບກູ້ລະເບີດທີ່ບໍ່ທັນແຕກ, ວຽກງານບົດບາດຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເພດຍິງ ແລະ ຂົງເຂດອື່ນໆ; ພ້ອມກັນນັ້ນ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຍັງແຈ້ງໃຫ້ຊາບວ່າ UNDP ໄດ້ມີການຮ່ວມມືກັບສະພາແຫ່ງຊາດລາວ ໂດຍຜ່ານການຊຸກຍູ້ສົ່ງເສີມທາງດ້ານວິຊາການ ແລະ ການພັດທະນາອົງການ ມາຕັ້ງແຕ່ປີ 2008 ພ້ອມທັງໃຫ້ການສະໜັບສະໜູນໂດຍຜ່ານໂຄງການການສະໜັບສະໜູນເພື່ອຍົກສູງບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື NASSP ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ເຊິ່ງໂຄງການດັ່ງກ່າວ ໄດ້ໃຫ້ການສະໜັບສະໜູນຫຼາຍກິດຈະກໍາໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ສສຊ ແລະ ສສຂ ໂດຍສະເພາະການຈັດຕັ້ງປະຕິບັດພາລະບົດບາດນິຕິບັນຍັດ ແລະ ການຕິດຕາມກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
ທ່ານ ນາງ ການນິ ວິຍາຣາຈາ ໄດ້ແຈ້ງໃຫ້ຊາບເຖິງສະພາບການເຄື່ອນໄຫວທີ່ຕັ້ງໜ້າຂອງອົງການສະຫະປະຊາຊາດເພື່ອການພັດທະນາ ໂດຍສະເພາະການປະຕິບັດໜ້າທີ່ຂອງຕົນປະຈໍາພາກພື້ນອາຊີ-ປາຊີຟິກ ທັງລາຍງານຜົນສຳເລັດການສະໜັບສະໜູນຂອງ UNDP ແກ່ສະພາແຫ່ງຊາດລາວໃນໄລຍະຜ່ານມາ ເປັນຕົ້ນແມ່ນການຊ່ວຍເຫຼືອພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື STEPS ແລະ ໄດ້ໃຫ້ຄວາມໝັ້ນໝາຍວ່າຈະສືບຕໍ່ສະໜັບສະໜູນ ສປປລາວ ໃນການພັດທະນາປະເທດໃນຕໍ່ໜ້າ.
(ນາງ ອາລິນ ສຸພິມມະປະດິດ)
ຮອງປະທານສະພາແຫ່ງຊາດ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ UN ເຂົ້າຢ້ຽມຂໍ່ານັບຮອງປະທານສະພາແຫ່ງຊາດ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ UN ເຂົ້າຢ້ຽມຂໍ່ານັບ
