(ສພຊ) – ຕອນບ່າຍວັນທີ 14 ກໍລະກົດນີ້ ທີ່ສະພາແຫ່ງຊາດ, ສະຫາຍ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ຫວາງ ຈື້ໝິນ (WANG ZHIMIN) ຮອງປະທານກໍາມາທິການຊົນເຜົ່າ, ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 14-15 ກໍລະກົດ 2025.
ສະຫາຍ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ກັບ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເວົ້າລວມ, ເວົ້າສະເພາະລະຫວ່າງກຳມາທິການບັນດາເຜົ່າ ກັບ ກຳມາທິການຊົນເຜົ່າ; ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ຄື: ບ້ານໄກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ທັງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ ທີ່ໄດ້ລົງນາມໃນເດືອນກັນຍາ 2023 ໃຫ້ເຂົ້າສູ່ລວງເລິກ ແລະ ນັບມື້ເປັນຮູບປະທໍາຍິ່ງໆຂື້ນ.
ສະຫາຍ ຫວາງ ຈື້ໝິນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງຜົນການພົບປະສອງຝ່າຍລະຫວ່າງສອງກຳມາທິການ ເຊິ່ງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງແລກປ່ຽນບົດຮຽນກ່ຽວກັບການປະຕິບັດພາລະບົດບາດດ້ານວຽກງານນິຕິບັນຍັດ, ວຽກງານຊົນເຜົ່າ, ວຽກງານການຫຼຸດຜ່ອນຄວາມທຸກຍາກ, ວຽກງານສາສະໜາ ແລະ ອື່ນໆ; ພ້ອມກັນນັ້ນ, ຍັງໄດ້ແຈ້ງໃຫ້ຊາບສະພາບການທີ່ພົ້ນເດັ່ນຂອງ ສປຈີນ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ອີກດ້ວຍ.
ກ່ອນໜ້ານີ້ ໃນຕອນບ່າຍວັນດຽວກັນ, ສະຫາຍ ຫວາງ ຈື້ໝິນ ໄດ້ພົບປະສອງຝ່າຍກັບສະຫາຍ ຄໍາຈັນ ໂສຕາປະເສີດ ປະທານກຳມາທິການບັນດາຜົ່າ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃນຂົງເຂດວຽກງານທີ່ຕິດພັນກັບຄວາມຮັບຜິດຊອບ ແລະ ມີຄວາມສົນໃຈຮ່ວມກັນ ເຊິ່ງສອງຝ່າຍສະເໜີໃຫ້ສືບຕໍ່ເເລກປ່ຽນຄະນະຜູ້ເເທນນໍາກັນ ຕິດພັນກັບການແລກປ່ຽນບົດຮຽນປະສົບການ ແລະ ຂໍ້ມູນຂ່າວສານທີ່ສໍາຄັນ ໃນການຈັດຕັ້ງປະຕິບັດພາລະບົດບາດຂອງສອງກໍາມາທິການ, ຊຸກຍູ້ ແລະ ສະໜັບສະໜູນການພົວພັນຮ່ວມມືໃນການຈັດຕັ້ງປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງສະພາ; ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງກໍາມາທິການບັນດາເຜົ່າ ກັບ ກໍາມາທິການຊົນເຜົ່າ ໃນການຖອດຖອນບົດຮຽນເຊິ່ງກັນແລະກັນ ກ່ຽວກັບວຽກງານຕິດຕາມກວດກາການປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ, ການປະຕິບັດນະໂຍບາຍຊົນເຜົ່າທີ່ຢູ່ເຂດທຸກຍາກຫ່າງໄກສອກຫຼີກ, ວຽກງານພັດທະນາຊົນນະບົດ ຕິດພັນກັບການສ້າງບ້ານພັດທະນາ, ການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ໃຫ້ປະຊາຊົນ; ໃຫ້ມີການແລກປ່ຽນຄະນະຜູ້ແທນໃນລະດັບກົມ ແລະ ວິຊາການ ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດພາລະບົດບາດການເປັນເສນາທິການໃຫ້ແກ່ກໍາມາທິການຂອງສອງຝ່າຍ; ສືບຕໍ່ຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການ ເຄື່ອນໄຫວວຽກງານຢູ່ເວທີລັດຖະສະພາພາກພື້ນ ແລະ ສາກົນ.
(ນາງ ອາລິນ ສຸພິມມະປະດິດ)
ຮອງປະທານສະພາແຫ່ງຊາດ ຕ້ອນຮັບການຢ້ຽມຂ່ຳນັບຂອງຮອງປະທານກໍາມາທິການຊົນເຜົ່າ
