(ສພຊ) – ວັນທີ 24 ມິຖຸນານີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສາທາລະນະລັດເກົາຫຼີ ນຳໂດຍທ່ານ ນາງ ລີ ອິນຊຸນ ປະທານກຳມາທິການຄວາມສະເໝີພາບຍິງ-ຊາຍ ແລະ ຄອບຄົວ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ລະຫວ່າງວັນທີ 23-25 ມິຖຸນາ 2025.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັດຍັດ ແຫ່ງ ສປປລາວ ແລະ ສ.ເກົາຫຼີ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ທັງເປັນການແລກປ່ຽນບົດຮຽນໃນການປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ຄອບຄົວ ເຊິ່ງເປັນວຽກງານທີ່ເກີດດອກອອກຜົນທີ່ດີ ທີ່ລັດຖະບານ ແລະ ສະພາແຫ່ງຊາດຂອງສອງປະເທດ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ. ທ່ານຍັງໄດ້ແຈ້ງສະພາບການພົ້ນເດັ່ນພາຍໃນປະເທດ ແລະ ສະພາແຫ່ງຊາດ ພ້ອມທັງຮ່ວມມືກັນປຶກສາຫາລືກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ຄອບຄົວ ຢູ່ ສປປລາວ ເຊິ່ງພັກ-ລັດຖະບານ ຍາມໃດກໍໄດ້ມີແນວທາງ, ນະໂຍບາຍ, ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ແຜນພັດ ທະນາເສດຖະກິດ-ສັງຄົມ ທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ; ນອກນີ້, ສປປລາວ ຍັງໄດ້ເຂົ້າເປັນພາຄີຂອງສົນທິສັນຍາສາກົນຕ່າງໆ. ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ສ.ເກົາຫຼີ ທີ່ມີມູນເຊື້ອດີງາມມາແຕ່ດົນນານ ເຊິ່ງພວມໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ກໍຄືການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ກໍໄດ້ຮັບການເສີມຂະຫຍາຍເປັນຢ່າງດີ ແລະ ຕໍ່ເນື່ອງມາຕະຫຼອດ; ທັງສອງຝ່າຍ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະແມ່ນສືບຕໍ່ແລກປ່ຽນຄະນະຜູ້ແທນໃນລະດັບຂັ້ນຕ່າງໆນໍາກັນ ທີ່ຕິດພັນກັບການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ, ຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດໂຄງການການຊ່ວຍເຫຼືອເພື່ອການພັດທະນາ (ODA), ການລົງທຶນໃສ່ໂຄງການພັດທະນາພື້ນຖານໂຄງລ່າງ, ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນຕາມລໍາແມ່ນໍ້າຂອງ, ການພັດທະນາການທ່ອງທ່ຽວ, ການຮ່ວມມືດ້ານແຮງງານ ເຊິ່ງຝ່າຍ ສ.ເກົາຫຼີ ໄດ້ຮັບແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ, ການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານສາທາລະນະສຸກ ແລະ ອື່ນໆ.

ໃນໂອກາດການພົບປະ ແລະ ປຶກສາຫາລື, ທ່ານ ນາງ ລີ ອິນຊຸນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງສອງປະເທດ ສ.ເກົາຫຼີ-ລາວ ກໍຄືການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັດຍັດຕະຫຼອດໄລຍະຜ່ານມາ ພ້ອມທັງແຈ້ງໃຫ້ຊາບຜົນສໍາເລັດການພົບປະ ແລະ ເຮັດວຽກຮ່ວມກັບທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ແລະ ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ ໃນຕອນເຊົ້າຂອງວັນດຽວກັນ ເຊິ່ງທັງສອງຝ່າຍໄດ້ຕີລາຄາຄືນການພົວພັນ ແລະ ການຮ່ວມມື ລະຫວ່າງສອງສະພາແຫ່ງຊາດໃນໄລຍະຜ່ານມາ ທັງໄດ້ປຶກສາຫາລືທິດທາງຮ່ວມມືນຳກັນໃນຕໍ່ໜ້າ; ນອກນີ້, ຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ສະພາບການພົ້ນເດັ່ນຂອງປະເທດນໍາກັນ ແນໃສ່ປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ໃຫ້ນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ສ.ເກົາຫຼີ-ລາວ, ລາວ-ສ.ເກົາຫຼີ.

ນອກຈາກນີ້, ຄະນະຜູ້ແທນກໍາມາທິການຄວາມສະເໝີພາບຍິງ-ຊາຍ ແລະ ຄອບຄົວ ຍັງໄດ້ເດີນທາງໄປແລກປ່ຽນບົດຮຽນກັບສູນກາງສະຫະພັນແມ່ຍິງລາວ ແລະ ຢ້ຽມຢາມສະຖານທີ່ສໍາຄັນທາງດ້ານພື້ນຖານການພັດທະນາເສດຖະກິດ ແລະ ວັດທະນະທໍາປະຫວັດສາດ ຢູ່ນະຄອນຫຼວງວຽງຈັນ ແລະ ວັງວຽງ ເປັນຕົ້ນແມ່ນໂຮງໝໍເດັກ, ພະທາດຫຼວງວຽງຈັນ ແລະ ໂຮງຮຽນຊົນເຜົ່າວັງວຽງ.