(ສພຊ) – ຕອນບ່າຍວັນທີ 16 ພຶດສະພາຜ່ານມາ ທີ່ສະພາແຫ່ງຊາດ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ມາກ ກາລາເຮີ (Mark GALLAGHER) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປລາວ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ມາຮັບໜ້າທີ່ໃໝ່ ປະຈຳ ສປປລາວ.

ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງແຈ້ງສະພາບການພາຍໃນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຂອງສະພາແຫ່ງຊາດລາວ ທັງໄດ້ຕີຄາລາສູງຕໍ່ສາຍພົວພັນການທູດລະຫວ່າງ ສປປລາວ ແລະ ສະຫະພາບເອີຣົບ ຕະຫຼອດໄລຍະຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງສະຫະ ພາບເອີຣົບ ຕໍ່ ສປປລາວ ທັງສະແດງຄວາມເຊື່ອໝັ້ນ ແລະ ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດຂອງທ່ານ, ສືບຕໍ່ສານຕໍ່ມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ສະຫະພາບເອີຣົບ ໃນການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຮ່ວມມືດ້ານຍຸຕິທຳ, ສຶກສາ, ສາທາລະນະສຸກ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ ເພື່ອປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມລະຫວ່າງ ສປປລາວ-ສະຫະພາບເອີຣົບ ໃຫ້ໄດ້ຮັບການພັດທະນາຂະຫຍາຍຕົວຂຶ້ນເລື້ອຍໆ.

ທ່ານ ມາກ ກາລາເຮີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານສະພາບການທີ່ພົ້ນເດັ່ນຂອງສະຫະພາບເອີຣົບ ແລະ ການຈັດຕັ້ງປະຕິ ບັດໜ້າທີ່ວຽກງານຂອງຕົນ ແລະ ຖືເປັນກຽດທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປລາວ ໃນຄັ້ງນີ້; ນອກນັ້ນ ຍັງຕີລາສູງຕໍ່ການພົວພັນລະຫວ່າງສະຫະພາບເອີຣົບ ແລະ ສປປລາວ ໃນຕະຫຼອດ 50 ປີ ທີ່ສະຫະພາບເອີຣົບ ແລະ ສປປລາວ ໄດ້ສ້າງສາຍພົວພັນການທູດນຳກັນ. ທ່ານໄດ້ໃຫ້ຄຳໝັ້ນໝາຍຈະສືບຕໍ່ປະຕິບັດໜ້າທີ່ການທູດຂອງຕົນ ເພື່ອຊຸກຍູ້ການສະໜັບສະໜູນຊ່ວຍເຫືຼອຂອງສະຫະພາບເອີຣົບ ຕໍ່ ສປປລາວ ກໍຄືສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ.