ຮອງປະທານສະພາແຫ່ງຊາດ ຊຸກຍູ້ວຽກງານ ສພຂ ຢູ່ 3 ແຂວງ

ກ.ຍ. 28, 2025

(ສພຊ) – ວັນທີ 23-25 ກັນຍາຜ່ານມາ, ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ (ສພຂ) ຢູ່ 3 ແຂວງຄື: ສາລະວັນ, ສະຫວັນນະເຂດ ແລະ ບໍລິຄໍາໄຊ ໂດຍການຕ້ອນຮັບຂອງບັນດາທ່ານປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ປະທານສະພາປະຊາຊົນແຂວງ ເຊິ່ງມີບັນດາທ່ານຮອງປະທານ ແລະ ກໍາມະການຄະນະປະຈໍາ ສພຂ, ຮອງປະທານຄະນະກໍາມະການ ສພຂ, ສສຊ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ຄະນະເລຂາທິການ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການເຄື່ອນໄຫວວຽກງານຄັ້ງນີ້ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງໃນໄລຍະຜ່ານມາ, ໂດຍສະເພາະການປັບປຸງກົງຈັກການຈັດຕັ້ງຂອງ ສພຂ ແລະ ສສຂ ປະຈໍາເຂດເລືອກຕັ້ງເມືອງ-ນະຄອນ, ການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍຢ່າງແຂງແຮງ.
ທ່ານ ຄໍາໃບ ດໍາລັດ ໄດ້ມີຄຳເຫັນໂອ້ລົມ ແລະ ແນະນໍາຫຼາຍບັນຫາທີ່ສຳຄັນ ໂດຍສະເພາະມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ດໍາເນີນໄປຢ່າງຖືກຕ້ອງຕາມແນວທາງຂອງພັກ; ພ້ອມທັງຊຸກຍູ້, ແນະນໍາ ແລະ ສ້າງຄວາມເປັນເອກະພາບ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງໃນຊຸດຕໍ່ໄປ ໃຫ້ເປັນລະບົບ ເພື່ອຮັບປະກັນໃຫ້ແກ່ການເສີມຂະຫຍາຍ ແລະ ການຍົກສູງບົດບາດການນໍາພາຂອງພັກເວົ້າລວມ ໂດຍສະເພາະການຍົກສູງບົດບາດຂອງສະພາ ໃຫ້ມີຄວາມເຂັ້ມແຂງ, ເລິກເຊິ່ງ, ຮອບດ້ານ ສົມຄູ່ກັບການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.
ຕອນບ່າຍວັນທີ 25 ກັນຍາ, ທ່ານ ຄໍາໃບ ດໍາລັດ ໄດ້ພົບປະກັບທ່ານ ປອ. ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄຳໄຊ ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວວຽກງານຄັ້ງນີ້.
(ນາງ ຈັນທີ ດວງປັນຍາ, ໂສລະຢ໋າ ແລະ ລະອອງດາວ)