ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງນອງ.

ມ.ສ. 7, 2025 | ເຂດ 13 ສະ​ຫວັນນະເຂດ

ໃນລະຫວ່າງວັນທີ 3 ຫາ 4 ເມສາ 2025 ທີ່ ທ່ານ ຄຳຜັນ ຄູນສະຫວັນ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນການລົງທຶນຂອງລັດ ຕາມມະຕິຂອງສະພາປະຊາຊົນແຂວງຮັບຮອງເອົາໃນໃນໄລຍະຜ່ານມາ ຢູ່ເມືອງນອງ ໃຫ້ການຕ້ອນຮັບໂດຍທ່ານເຈົ້າເມືອງ,ຮອງເຈົ້າເມືອງ,ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງນອງ ແລະ ຄະນະຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໃນການລົງມາເຄື່ອນໄຫວຄັ້ງນີ້, ທາງຄະນະ ແມ່ນໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃນໄລຍະຜ່ານມາຈາກຄະນະນຳຂອງເມືອງ, ຫ້ອງການເມືອງທີ່ກ່ຽວຂ້ອງເປັນຕົ້ນແມ່ນໃນຂົງເຂດວຽກງານອຸດສາຫະກຳ ແລະການຄ້າ; ວຽກງານໂຍທາທິການ ແລະ ຂົນສົ່ງ; ວຽກງານກະສິກຳ ແລະ ປ່າໄມ້ ພາຍຫຼັງໄດ້ຮັບຟັງການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງແລ້ວ ທ່ານ ຮອງປະທານ ສພຂ ພ້ອມດ້ວຍຄະນະຕິດຕາມ ກໍ່ໄດ້ແລກປ່ຽນຄໍາຄິດ-ຄໍາເຫັນ ແລະ ມີຄໍາຊັກຖາມເຈາະຈີ້ມທີ່ມີຄວາມສົນໃຈໂດຍກົງ ເພື່ອເປັນຂໍ້ມູນຮອບດ້ານນຳໄປຄົ້ນຄວ້າຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້ ຈາກນັ້ນ, ຄະນະໄດ້ສືບຕໍ່ລົງຕິດຕາມກວດກາຢູ່ພາກສະໜາມຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຢູ່ຂັ້ນເມືອງ ມີໂຄງການກໍ່ສ້າງໂຮງໝໍນ້ອຍ ແລະ ເຮືອນພັກແພດ ພູນໜາກມີ້, ໂຄງການຟື້ນຟູ ແລະ ສ້ອມແປງຂົວຈົມ 2 ແຫ່ງ ຕາມເສັ້ນທາງນ້ຳເບີ RR 6869 ລວງຍາວ 112 ແມັດ, ກ້ວາງ 6 ແມັດ ແຕ່ບ້ານແກ້ງລີ້ນ ຫາ ບ້ານ ພູນໝາກມີ້ (ຊ່ວງ ກມ 4+300 ແລະ 5+ 900); ໂຄງການທະລຸ ແລະ ຍົກລະດັບເສັ້ນທາງດິນແດງ ທາງນ້ຳເບີ RR 6457 ລວງຍາວ 5.3 ກິໂລແມັດ, ກ້ວາງ 6 ແມັດ ແຕ່ແຍກບ້ານຕະກໍ ຫາຄຸ້ມວົງ; ໂຄງການທະລຸ ແລະ ຍົກລະດັບດິນແດງ ເສັ້ນທາງນໍ້າເບີ RR 6456 ລວງຍາວ 6.3 ກິໂລແມັດ, ກ້ວາງ 6 ແມັດ ແຕ່ບ້ານປໍ ຫາ ທາງແຍກບ້ານຕານປະໂຕ່ຍ ພ້ອມທັງຕິດຕາມກວດກາເບິ່ງການກໍ່ສ້າງເສັ້ນທາງຕັດຕາຜ້າຢູ່ກຸ່ມບ້ານແກ້ງລີ້ນ; ການກໍ່ສ້າງຂົວຂ້າມເຊລະນອງ ແລະ ການກໍ່ສ້າງໂຮງໜໍ ແລະ ເຮືອນພັກແພດ (ຫຼັງໃໝ່) ເມືອງນອງ  ຖ້າຫາກໂຄງການດັ່ງກ່າວສຳເລັດຈະເປັນການສ້າງເງື່ອນໄຂອັນດີໃນການພັດທະນາພື້ນຖານໂຄງລ່າງ ສາມາດອຳນວຍຄວາມສະດວກສະບາຍໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໄດ້ເຂົ້າເຖິງການສຶກສາ, ສາທາລະນະສຸກ, ການຜະລິດ, ການບໍລິການ, ການຄ້າຂາຍ ເຮັດໃຫ້ການສັນຈອນໄປມາມີຄວາມສະດວກວ່ອງໄວ ແລະ ປອດໄພ ຄ່ຽງຄູ່ກັນນັ້ນຍັງເປັນທ່າແຮງກະຕຸກຊຸກຍູ້ໃຫ້ແກ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ອີກດ້ວຍ.