loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ເຄື່ອນໄຫວຕິດຕາມກວດກາຢູ່ແຂວງຫລວງນໍ້າທາ

ມ.ສ. 6, 2023 | ເຂດ 3 ຫຼວງນ້ຳ​ທາ

    ໃນວັນທີ 3 ເມສາ 2023 ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດນະໂຍບາຍ ແລະ ນິຕິກຳ ທີ່ຕິດພັນກັບການສົ່ງເສີມການຜະລິດກະສິກຳ, ການຄຸ້ມຄອງການນໍາເຂົ້າສິນຄ້າ, ການຄຸ້ມຄອງລາຄາສິນຄ້າ ແລະ ການຟື້ນຟູປ່າໄມ້ ຢູ່ແຂວງຫລວງນໍ້າທາເຊິ່ງນໍາໂດຍທ່ານ ມະນີໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ, ໂອກາດນີ້ໄດ້ເຂົ້າຢ້ຽມຢາມພົບປະທ່ານ ຈັນທອງ ແກ້ວປະເສີດຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ເພື່ອລາຍງານຈຸດປະສົງໃນການລົງເຄື່ອນໄຫວຕິດຕາມກວດກາໃນຄັ້ງນີ້.

ຕອນເຊົ້າວັນດຽວກັນໄດ້ເປີດກອງປະຊຸມຮ່ວມກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ມະນີໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ, ສະພາປະຊາຊົນແຂວງເຂົ້າຮ່ວມ 31 ທ່ານ, ຍິງ 7 ທ່ານ.

ກອງປະຊຸມຮັບຟັງການລາຍງານຕາມຄຳຖາມເຈາະຈີ້ມຂອງ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ເປັນຕົ້ນແມ່ນການສົ່ງເສີມ ແລະ ການຄຸ້ມຄອງການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ວຽກງານການຊຸກຍູ້ການຜະລິດກະສິກຳ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຜະລິດກະສິກຳຢູ່ທ້ອງຖິ່ນ

ຮັບຟັງການລາຍງານຂອງບັນດາພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກແຜນການ ແລະ ການລົງທຶນ ກ່ຽວກັບການສົ່ງເສີມການຜະລິດກະສິກຳ, ການຟຶ້ນຟູ ແລະ ປູກຕົ້ນໄມ້ທົດແທນ, ການຄຸ້ມຄອງການນຳເຂົ້າ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ອື່ນໆ

ພ້ອມນັ້ນ ຜູ້ແທນກອງປະຊຸມຍັງໄດ້ແລກປ່ຽນປະກອບຄຳຄິດເຫັນຕາມຄຳຖາມເຈາະຈີ້ມຂອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຢ່າງກົງໄປກົງມາເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດັ່ງກ່າວ ໃຫ້ມີຄວາມຖຶກຕ້ອງສອດຄ່ອງຕາມຄວາມເປັນຈິງຂື້ນກວ່າເກົ່າ ແລະ ເຮັດໃຫ້ການຕິດຕາມກວດກາ, ເກັບກຳຂໍ້ມູນ ຂອງກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ໃຫ້ໄດ້ຂໍ້ມູນແຈ້ງ ກວ່າເກົ່າ ເພື່ອກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ9 ທີ່ຈະໄຂຂື້ນໃນຕໍ່ໜ້າ.

ແລະຕອນແລງຂອງວັນດຽວ ທ່ານ ມະນີໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ແລະ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ, ເກັບກຳຂໍ້ມູນ ແລະ ເບີ່ງສະຖານທີີ່ຕົວຈິງ ພ້ອມທັງ ເປີດກອງປະຊຸມຮ່ວມກັບຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕ່ນ ແຂວງຫລວງນ້ຳທາ  ໂດຍການເຂົ້າຮ່ວມຂອງ ທ່ານ ທອງສີ ກັນທະຈັກ ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ, ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍເຕ່ນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ກວ່າທ່ານ.

ກອງປະຊຸມຮັບຟັງການລາຍງານສະພາບການຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກສິນຄ້າຜ່ານດ່ານພາສີສາກົນບໍ່ເຕ່ນ, ເຂດໂລຈິດຕິກຂອງເຂດບໍ່ເຕ່ນ,ຂໍ້ສະດວກ, ຂໍ້ຫຍຸ້ງຍາກ  ແລະ ວຽກງານອື່ນທີ່ຕິດພັນກັບດ່ານພາສີສາກົນບໍເຕ່ນ

ແລະ ໃນວັນທີ 4 ເມສາ ໄດ້ລົງຕິດຕາມກວດກາເຄື່ອນໄຫວພື້ນທີ່ການຜະລິດກະສິກຳຕົວຈິງຢູ່ເມືອງສິງໄດ້ເປີດກອງປະຊຸມຮ່ວມຫ້ອງການທີ່ກ່ຽວຂ້ອງຢູ່ຫ້ອງປະຊຸມຂອງສູນກັກກັນສັດ(ງົວ)ຂອງສະມາຄົມສົ່ງງົວພັນຊິ້ນ ຂອງບໍລິສັດໂກທົງ.

ກອງປະຊຸມຮັບຟັງການລາຍງານຕາມຄຳຖາມເຈາະຈີ້ມຂອງ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ເປັນຕົ້ນການສົ່ງເສີມ ແລະ ການຄຸ້ມຄອງການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ວຽກງານການຊຸກຍູ້ການຜະລິດກະສິກຳ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຜະລິດກະສິກຳຢູ່ພາຍໃນເມືອງສິງ ແລະ ສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກຂອງບໍລິສັດ ໂກທົງ ນອກນັ້ນ ຍັງໄດ້ເບີ່ງກຸ່ມບ້ານຜະລິດເຫລົ້າຂາວ ຂອງກຸ່ມບ້ານປ່າຕອຍ ແລະ ສວນປູກໝາກກ້ຽງຢູ່ບ້ານ ແສນແອ່ນ ເມືອງສິງ ແຂວງຫລວງນ້ຳທາ