(ສພຂ) – ວັນທີ 17-20 ກັນຍາຜ່ານມາ, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຮອງປະທານກຳມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຕິດຕາມກວດກາໂຄງການພັດທະນາທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຢູ່ບ້ານໂພນໄຊ ເມືອງຊຳເໜືອ, ເທດສະບານເມືອງວຽງໄຊ ແລະ ບ້ານລ້ອງສິມ ເມືອງແອດ ໂດຍມີບັນດາທ່ານເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ຄະນະປະຈຳພັກເມືອງ ຕະຫຼອດຮອດອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມທັງໝົດ 323 ຄົນ ຍິງ 169 ຄົນ.
ຫຼັງຈາກການເຜີຍແຜ່, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ, ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຈາກການຈັດຕັ້ງ ໃນການບໍລິການຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດ ແລະ ຮັກສາມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ທັງໃຫ້ຄຳແນະນຳກ່ຽວກັບການດຳລົງຊີວິດແບບໃໝ່ ເພື່ອຮັບມືກັບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວິທີທຳການຜະລິດການປູກ-ການລ້ຽງ ເພື່ອເປັນສິນຄ້າສົ່ງອອກ, ໃຫ້ໂອກາດສະເໝີພາບແກ່ລູກຫຼານຍິງ-ຊາຍ ໄດ້ເຂົ້າສຶກສາຮ່ຳຮຽນ ເພື່ອພັດທະນາບ້ານ, ເມືອງ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ສີວິໄລຂຶ້ນເລື້ອຍໆ.
ຄະນະຍັງໄດ້ລົງຕິດຕາມກວດກາໂຄງການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກ ຢູ່ບ້ານໂພນໄຊ ເມືອງຊຳເໜືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ເປັນຕົ້ນແມ່ນພື້ນທີ່ທຳການຜະລິດໄຮ່, ນາ ຂອງປະຊາຊົນ ທີ່ຖືກຜົນກະທົບໜັກໜ່ວງ ເພື່ອຊອກຫາວິທີແກ້ໄຂ, ຄ່າຊົດເຊີຍໃຫ້ເໝາະສົມ; ບັນດາໂຄງການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກ ຢູ່ເມືອງວຽງໄຊ ແລະ ແຮ່ມັງການ ຢູ່ເມືອງຊຳເໜືອ.
ໂອກາດທີ່ເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຍັງໄດ້ນຳເອົາຄອມພິວເຕີ 1 ໜ່ວຍ, ປຣິນເຕີ 1 ໜ່ວຍ ມອບໃຫ້ສະຫະພັນກຳມະບານແຂວງ, ປຶ້ມຂຽນ 500 ຫົວ ມອບໃຫ້ໂຮງຮຽນປະຖົມບ້ານໂພນໄຊ ແລະ ຄອມພີວເຕີ 1 ຊຸດ ມອບໃຫ້ເມືອງວຽງໄຊ ລວມມູນຄ່າທັງໝົດ 19 ລ້ານກວ່າກີບ.
ຮອງປະທານກຳມາທິການບັນດາເຜົ່າ ເຄື່ອນໄຫວວຽກງານຢູ່ຫົວພັນ
