(ສພຂ) – ວັນທີ 19-21 ກຸມພາຜ່ານມາ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໂດຍມີຈຸດປະສົງເພື່ອເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ແລະ ສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ຕິດພັນກັບການລົງພົບປະຢ້ຽມຢາມຖາມຂ່າວພະນັກງານ-ລັດຖະກອນຂອງບັນດາພະແນກການ-ກົມກອງອ້ອມຂ້າງແຂວງຈໍາປາສັກ.

ການເຄື່ອນໄຫວຄັ້ງນີ້ ໄດ້ພົບປະຢ້ຽມຢາມພະນັກງານ-ລັດຖະກອນ 8 ພະແນກການຂອງແຂວງຈໍາປາສັກ ຄື: ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂຍທາທິການ ແລະ ຂົນສົ່ງ, ອຸດສາຫະກໍາ ແລະ ການຄ້າ, ແຜນການ ແລະ ການລົງທຶນ, ການເງິນ, ສຶກສາທິການ ແລະ ກິລາ ໂດຍມີທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈໍາປາສັກ ແລະ ທ່ານ ສົມສີ ມະນີນິນ ຮອງປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍບັນດາທ່ານຫົວໜ້າພະແນກການ ໃຫ້ການຕ້ອນຮັບ ແລະ ເຄື່ອນໄຫວເຮັດວຽກຮ່ວມ. ໃນການພົບປະ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ 8 ພະແນກການ ທີ່ສາມາດເຫັນໄດ້ເຖິງຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານ ແລະ ຂໍ້ຄົງຄ້າງບາງດ້ານ ທີ່ບັນດາພະແນກການຈະຕ້ອງໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ; ໂອກາດນີ້, ຍັງໄດ້ຮັບຟັງຄໍາຄິດເຫັນ, ຄໍາສະເໜີຂອງພະນັກງານ-ລັດຖະກອນ ຫຼາຍບັນຫາທີ່ຕິດພັນກັບການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຢູ່ທ້ອງຖິ່ນ ເປັນຕົ້ນ: ກົນໄກການຈັດຕັ້ງປະຕິບັດວຽກງານ, ການປະສານງານລະຫວ່າງຂັ້ນເທິ່ງກັບທ້ອງຖິ່ນ, ງົບປະມານທີ່ຍັງບໍ່ພຽງພໍ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ, ບຸກຄະລາກອນຍັງບໍ່ທັນພຽງພໍຕາມຄວາມຕ້ອງການຂອງໜ້າວຽກ, ການພັດທະນາທີ່ມີຜົນກະທົບໃນການຈັດຕັ້ງປະຕິບັດວຽກງານ.
ຕໍ່ກັບການລາຍງານ ແລະ ຄໍາສະເໜີ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາຂອງບັນດາພະແນກການ ທີ່ເຮັດສໍາເລັດໜ້າທີ່ວິຊາສະເພາະຢ່າງໜັກແໜ້ນເຂັ້ມແຂງ ພ້ອມທັງໄດ້ເນັ້ນໜັກຫຼາຍບັນຫາໃຫ້ 8 ພະແນກການ ເອົາໃຈໃສ່ຈັດຕັ້ງປະຕິບັດດັ່ງນີ້:
1. ເພີ່ມຄວາມເອົາໃຈໃສ່ໃນການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ແລະ ສືບຕໍ່ປະຕິບັດທິດທາງ, ເປົ້າໝາຍລວມ ແລະ ແຜນວຽກຈຸດສຸມຂອງລັດຖະບານ ຕາມທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ບັນລຸຕາມແຜນການ.
2. ສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໂດຍສະເພາະແກ້ໄຂບັນຫາການເໜັງຕີງຂອງອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ, ຢັບຢັ້ງສະພາບເງິນເຟີ້ບໍ່ໃຫ້ເພີ່ມຂຶ້ນສູງ ແລະ ບັນຫາໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການທີ່ຂັ້ນເທິງໄດ້ວາງອອກຢ່າງເຂັ້ມງວດ.
3. ຄຸ້ມຄອງການລົງທຶນຂອງລັດ ແລະ ການດຳເນີນທຸລະກິດຢູ່ທ້ອງຖິ່ນຂອງແຂວງ ໃຫ້ໂລ່ງລ່ຽນຂຶ້ນ, ຕັດຂັ້ນຂອດທີ່ອຸດຕັນອອກໃຫ້ໄດ້, ສຸມໃສ່ຕິດຕາມແກ້ໄຂການລົງທຶນທີ່ມີຜົນກະທົບຕໍ່ສະພາບແວດລ້ອມ ແລະ ຕິດຕາມ, ກວດກາປະເມີນຜົນການຈັດຕັ້ງປະຕິບັດບັນດາໂຄງການການລົງທຶນຂອງລັດ ແລະ ເອກະຊົນ ໃຫ້ມີປະສິດທິຜົນ.
4. ສູ້ຊົນສຸມໃສ່ການເກັບລາຍຮັບງົບປະມານປີ 2025 ໃຫ້ໄດ້ຕາມແຜນ ຫຼື ເກີນແຜນ, ຂະຫຍາຍຖານລາຍຮັບໃໝ່ໃຫ້ເພີ່ມຂຶ້ນ, ເກັບລາຍຮັບຈາກຖານທີ່ມີຢູ່ແລ້ວໃຫ້ຄົບຖ້ວນ, ເລັ່ງການຫັນການເກັບລາຍຮັບໃຫ້ເປັນທັນສະໄໝ ໃຫ້ກວ້າງ ແລະ ກວມເອົາຫຼາຍຂົງເຂດ ໂດຍສະເພາະການເກັບລາຍຮັບຢູ່ດ່ານ, ການເກັບລາຍຮັບຈາກຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ.
5. ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງການກໍ່ສ້າງປັບປຸງເສັ້ນທາງໃຫ້ໄດ້ຄຸນນະພາບ, ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້; ພັດທະນາລະບົບຫົດ ເຊິ່ງປະກອບມີຫົວງານ, ຄອງແມ່, ຄອງຊອຍ ແລະ ອື່ນໆ ໃນການເກັບກັກນໍ້າສະໜອງໃຫ້ວຽກງານການຜະລິດກະສິກໍາ.
6. ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດໃຫ້ແຂງແຮງຂຶ້ນກວ່າເກົ່າ ພ້ອມທັງຄົ້ນຄວ້າປະເມີນຄືນບັນດາລາຍການສິນຄ້າທີ່ສາມາດຜະລິດໄດ້ ເປັນຕົ້ນຝຸ່ນ, ອາຫານສັດ ຮັບປະກັນການສະໜອງ ແລະ ຊົມໃຊ້ຢູ່ພາຍໃນໃຫ້ພຽງພໍກັບຄວາມຕ້ອງການ ພ້ອມທັງມີກົນໄກປະສານສົມທົບລະຫວ່າງຂະແໜງກະສິກໍາ ແລະ ປ່າໄມ້ ກັບ ຂະແໜງອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າກໍານົດມາດຕະການຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ຢູ່ພາຍໃນ ແລະ ຫຼຸດຜ່ອນການສົ່ງອອກວັດຖຸດິບບາງລາຍການທີ່ຍັງມີຄວາມຕ້ອງການຊົມໃຊ້ພາຍໃນ ເພື່ອຮັບປະກັນການຊົມໃຊ້ພາຍ ໃນໃຫ້ພຽງພໍ.
7. ສຸມໃສ່ປັບປຸງສະພາບການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ສືບຕໍ່ປະຕິບັດນະໂຍບາຍ ແລະ ມາດຕະການໃນການແກ້ໄຂການປະລະການຮຽນ, ບັນຫາການຂາດແຄນຄູ, ການປະຕິບັດນະໂຍບາຍອຸດໜູນຄູອາສາສະໝັກ ແລະ ແພດອາສາສະໝັກ ຕາມມະຕິເລກທີ 09/ລບ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ເຖິງວ່າຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍໃຫ້ເອົາໃຈໃສ່ລົງທຶນເຂົ້າໃນຂະແໜງສຶກສາທິການ ແລະ ສາທາລະນະສຸກ.
ວຽກງານທີ່ກ່າວມາຂ້າງເທິງນັ້ນ, ເປັນສິ່ງທ້າທ້າຍໃຫ້ຄະນະພັກ, ບັນດາພະແນກການ-ກົມກ້ອງ ກໍຄືອົງການປົກຄອງແຂວງຈໍາປາສັກ ຈະຕ້ອງໄດ້ເພີ່ມທະວີນໍາພາບັນດາຂະແໜງການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ໃຫ້ມີຜົນສໍາເລັດຕາມທິດທາງແຜນການ ແລະ ລະດັບຄາດໝາຍທີ່ວາງໄວ.
(ສົມວິຈິດ ໄຊມົນຕີ)