ໃນຕອນເຊົ້າຂອງວັນທີ 18 ສິງຫາ 2023 ທີ່ສະພາແຫ່ງຊາດ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຮັບເຄື່ອງຊ່ວຍເຫຼືອຈາກ ທ່ານ ນາງ ພູຄໍາ ວົງວິຈິດ ປະທານມູນນິທິ ພັດທະນາລ້ານຊ້າງ-ແມ່ຂອງ ພ້ອມດ້ວຍຄະນະ ທີ່ນໍາເຄື່ອງມາມອບໃນຄັ້ງນີ້ ປະກອບມີ ໝີ່ ລວມຈຳນວນເງິນ 5 ລ້ານກີບຖ້ວນ ເຊິ່ງຈະນໍາໄປມອບໃຫ້ປະຊາຊົນ ຢູ່ບັນດາແຂວງພາກໃຕ້ ແລະ ໃນໂອກາດດັ່ງກ່າວ ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ມອບໃບຍ້ອງຍໍໃຫ້ ປະທານ ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ຂອບໃຈ ຕໍ່ການປະກອບສ່ວນດັ່ງກ່າວ.
![](https://na.gov.la/wp-content/uploads/2023/08/368372861_784938386968982_3392025174023353504_n.jpeg)
![](https://na.gov.la/wp-content/uploads/2023/08/368236166_784938630302291_6499008623146524910_n.jpeg)
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)