(ສພຂ) – ວັນທີ 12 ພຶດສະພາຜ່ານມາ, ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂົງເຂດເສດຖະກິດ ຢູ່ແຂວງຫຼວງນ້ຳທາ ໂດຍໄດ້ເຂົ້າພົບປະທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງໆຫຼວງນໍ້າທາ ທີ່ຫ້ອງຮັບແຂກຂອງທ່ານເຈົ້າແຂວງ ເຊິ່ງມີທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ) ແລະ ຫົວໜ້າຫ້ອງວ່າການແຂວງ ເຂົ້າຮ່ວມ; ຈຸດປະສົງຂອງການເຂົ້າພົບປະທ່ານຮອງເຈົ້າແຂວງຄັ້ງນີ້ ເພື່ອຮັບຟັງລາຍງານຈຸດພິເສດ, ສະພາບລວມໂດຍຫຍໍ້ກ່ຽວກັບວຽກງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ຈາກນັ້ນ, ໄດ້ເປີດກອງປະຊຸມຮ່ວມກັບບັນດາພະແນກການຂອງແຂວງ ທີ່ຫ້ອງປະຊຸມ ສພຂ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ເກດແກ້ວ ສີຫາລາດ ແລະ ທ່ານ ຄຳຟອງ ອິນມານີ ເຊິ່ງມີບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງ ແວດລ້ອມຂອງແຂວງ ເປັນຕົ້ນ: ວຽກງານໂຍທາທິການ ແລະ ຂົນສົ່ງ, ວຽກງານການເງິນ, ວຽກງານຊັບພະຍາກອນ ແລະ ສິ່ງແວດລ້ອມ, ວຽກງານສົ່ງເສີມການຜະລິດເພື່ອຄ້ຳປະກັນສະບຽງອາຫານ ແລະ ສິນຄ້າສົ່ງອອກເພື່ອຫຼຸດຜ່ອນການນໍາເຂົ້າ; ພ້ອມດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນຕໍ່ການຈັດຕັ້ງປະຕິບັດວຽກງານເສດຖະກິດຂອງແຂວງ ຢ່າງມີຈຸດສຸມ ແລະ ບັນດາພະແນກການ ກໍໄດ້ມີຄຳເຫັນຊີ້ແຈງບາງບັນຫາ ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິ ບັດວຽກງານພາຍໃນແຂວງໃຫ້ດີຂຶ້ນເທື່ອລະກ້າວ.

ຫຼັງຈາກນັ້ນ, ໄດ້ລົງຢ້ຽມຢາມສະຫະກອນຢາງພາລາຢູ່ບ້ານຫາດຍາວ ທັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຕິດຕາມກວດກາເສັ້ນທາງໄປເມືອງນາແລ ເພື່ອຈະລະດົມທຶນເຂົ້າໃນການສ້ອມແປງໃຫ້ສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້ ທັງເປັນການສົ່ງເສີມ ແລະ ພັດທະນາພື້ນຖານໂຄງລ່າງ, ການສົ່ງອອກສິນຄ້າໃຫ້ສະ ດວກຂຶ້ນກວ່າເກົ່າ ແລ້ວຈະນໍາເອົາຂໍ້ມູນດັ່ງກ່າວ ໄປສະເໜີຫາກະຊວງທີ່ກ່ຽວຂ້ອງ ນໍາເຂົ້າຄົ້ນຄວ້າໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດທີ່ຈະໄຂຂຶ້ນໃນຕໍ່ໜ້າ.
(ນາງ ວັນນີ ແຝງບົວວັນ)