ອົງການຈັດຕັ້ງມະຫາຊົນສະຫະພັນນັກຮົບເກົ່າລາວ ແລະ 4 ພາກສ່ວນຈາກເມືອງນາຊາຍທອງ ຢ້ຽມຊົມງານວາງສະແດງສະພາແຫ່ງຊາດ ຄົບຮອບ 50 ປີ

​ພ.ຈ. 27, 2025


(ສພຊ) – ຕອນສວາຍວັນທີ 2​7 ພະຈິກ 2025, ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພາ 3 ອົງການຈັດຕັ້ງມະຫາຊົນ ຈຳນວນ 35 ທ່ານ ນຳໂດຍທ່ານ ຄຳວັນ ພົມມະຈັກ ປະທານກຳມະບານສະຫະພັນນັກຮົບເກົ່າລາວ ແລະ ຕອນບ່າຍຂອງວັນດຽວກັນ ກໍໄດ້ຕ້ອນຮັບ ແລະ ນຳພາ 4 ພາກສ່ວນຈາກເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ນຳໂດຍທ່ານ ສາຄອນ ໃສສະອາດ ປະທານແນວລາວສ້າງຊາດເມືອງ, ທ່ານ ນາງ ຕຽງທອງ ສຸລິວົງ ປະທານ ສະຫະພັນແມ່ຍິງເມືອງ, ທ່ານ ສອນເພັດ ສີຈະເລີນ ຫົວໜ້າຫ້ອງການວັດທະນະທຳເມືອງ, ທ່ານ ນາງ ນິດຕະຍາ ບຸດປະເສີດ ປະທານສະຖານທີ່ທ່ອງທ່ຽວບ້ານວັດທະນະທຳ ທີ່ມາທັດສະນະສຶກສາຢ້ຽມຊົມຫໍມູນເຊື້ອ, ຫ້ອງປະຊຸມໃຫຍ່ ແລະ ງານວາງສະແດງ ສະພາແຫ່ງຊາດ ຄົບຮອບ 50 ປີ (2/12/1975-2/12/2025).

ການມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ໄດ້ມອບປຶ້ມທີ່ລະນຶກຈາກ ສພຊ ໃຫ້ຄະນະ; ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ ເຮັດໃຫ້ຜູ້ທີ່ມາຢ້ຽມຊົມ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດຫຼາຍຂຶ້ນ.

(ນາງ ນິດຕາ ຄຸນປາກດີ)