


ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ IV ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ ໃນວັນທີ 26 ທັນວາ 2025. ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມມີບັນດາທ່ານການນຳພັກ-ລັດຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ 100 ກວ່າທ່ານ.ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ດໍາເນີນ ເປັນເວລາ 3 ວັນ, ໄດ້ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ກອງປະຊຸມຕີລາຄາສູງ ຕໍ່ສະມາຊິກສະພາປະຊາຊົນແຂວງ, ສະມາຊິກອົງການປົກຄອງແຂວງ, ຜູ້ແທນກອງປະຊຸມທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາ ບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຕາມພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ ທີ່ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ແນໃສ່ເຮັດໃຫ້ແຂວງອັດຕະປືມີການພັດທະນາຢ່າງຕໍ່ເນື່ຶອງ, ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂື້ນເທື່ອລະກ້າວ.ກອງປະຊຸມ ໄດ້ພິຈາລະນາ, ຮັບຮອງເນື້ອໃນທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້:1.ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025), ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂັ້ນແຂວງ 5 ປີ (2021-2025)ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການ ຂອງຂະແໜງການຂັ້ນທ້ອງຖິ່ນປີ 2025 ແລະ ເງິນເກີນແຜນ ປີ 2024; ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ;2.ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວໄລຍະ 5 ປີ, ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວ ປະຈຳປີ 2026, ບົດລາຍງານຂອງອົງການກວດສອບ ແລະ ອົງການກວດກາ, ບົກລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂັ້ນແຂວງ ປະຈໍາປີ 2024 ແລະ ບົດລາຍງານການຕິດຕາມກວດກາຕາມຜົນການກວດສອບ ປະຈຳປີ 2023 ຂອງອົງການກວດກາແຫ່ງລັດຂັ້ນແຂວງ; 3.ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໃນໄລຍະ 5 ປີຜ່ານມາ, ວຽກງານປະຈຳປີ 2025 ແລະ ທິດທາງ ປະຈໍາປີ 2026;4.ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງແຜນການເຄື່ອນໄຫຫວວຽກງານ ໄລຍະ 5 ປີ ຜ່ານມາ, ວຽກງານປະຈໍາປີ 2025 ແລະ ທິດທາງ ປະຈໍາປີ 2026 ຂອງສະພາປະຊາຊົນແຂວງ.5.ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 03 ສະບັບ; ໃນນັ້ນ ສ້າງໃໝ່ 2 ສະບັບ, ປັບປຸງ 1 ສະບັບ;ຕະຫຼອດໄລຍະການດໍາເນີນກອງປະຊຸມ, ໄດ້ມີໂທລະສັບສາຍດ່ວນຈາກປະຊາຊົນຜູ້ມີສິດເລືອກຕັ້ງ ໂທເຂົ້າມາທັງໝົດ 18 ສາຍ, ພົ້ນເດັ່ນແມ່ນບັນຫາ ຂໍ້ຂັດແຍ່ງເນື້ອທີ່ດີນ ຕໍ່ກັບບັນຫາທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວນັ້ນ, ກອງເລຂາກອງປະຊຸມໄດ້ສັງລວມ ແລະ ມອບໃຫ້ຄະນະກຳມະການ ຂອງສະພາປະຊາຊົນແຂວງ ປະສານສົມທົບພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ຊີ້ແຈງເປັນລາຍລັກອັກສອນ, ຮັບປະກັນໄດ້ຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.
(ວິນັດ ສີສຸລາດ)

