ອະນຸກໍາມະການເລຂານຸການ ຕິດຕາມກວດກາວຽກງານເລືອກຕັ້ງຢູ່ແຂວງຫຼວງພະບາງ

ກ.ພ. 19, 2026

​(ສພຊ) – ວັນທີ 17-18 ກຸມພານີ້, ທ່ານ ນາງ ທັດສະດາພອນ ຈັນທະມາດ ຮອງປະທານກໍາມາທິການບັນດາເຜົ່າ, ກຳມະການອະນຸກຳມະການເລຂານຸການ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາວຽກງານຮອບດ້ານບັນຍາກາດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງຫຼວງພະບາງ ເພື່ອເກັບກຳບັນດາຄໍາຄິດເຫັນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງອະນຸກຳມະການເລຂານຸການຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ຕາມມະຕິ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ຂອງຂັ້ນເທິງ.
ທ່ານ ປອ. ຄໍາຜຸຍ ຈັນທະວະດີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານກະກຽມໃຫ້ແກ່ການເລືອກຕັ້ງຢູ່ແຂວງຫຼວງພະບາງ ເຊິ່ງໄລຍະຜ່ານມາ ໄດ້ສໍາເລັດການຮ່າງລາຍຊື່ເປົ້າໝາຍບຸກຄະລາກອນເພື່ອສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ (ສສຂ) ຫຼວງພະບາງ ຊຸດທີ V ປະກອບມີ 84 ທ່ານ, ຍິງ 20 ທ່ານ ເພື່ອເລືອກເອົາ 60 ທ່ານ; ສຳເລັດການສັງລວມຜູ້ມີສິດປ່ອນບັດ, ໜ່ວຍປ່ອນບັດ ແລະ ເກັບກຳສະຖິຕິພົນລະເມືອງຂອງແຂວງ ເຊິ່ງຜູ້ມີສິດປ່ອນບັດທີ່ມີໜ້າຕົວຈິງ 261,004 ຄົນ, ຍິງ 129,461 ຄົນ. ການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສສຂ ຢູ່ແຂວງຫຼວງພະບາງ, ມາຮອດປັດຈຸບັນ ໄດ້ສຳເລັດການລົງໂຄສະນາຫາສຽງຢູ່ບັນດາເມືອງ ແລະ ນະຄອນ ເຊິ່ງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ໄດ້ກຳນົດຢູ່ເມືອງລະ 2 ຈຸດ ໃນ 11 ເມືອງ ແລະ 1 ນະຄອນ; ສໍາລັບຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ແມ່ນກຳນົດ 5 ຈຸດຂຶ້ນໄປ ຕາມເງື່ອນໄຂຕົວຈິງຂອງບັນດາເມືອງ ແລະ ນະຄອນ.
ຈາກນັ້ນ, ໄດ້ມີການແລກປ່ຽນສົນທະນາບັນຫາຕ່າງໆ ເປັນຕົ້ນແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບວຽກງານກະກຽມ ແລະ ດຳເນີນການເລືອກຕັ້ງຂອງແຕ່ລະເມືອງ ເພື່ອຮັບປະກັນຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງຄັ້ງນີ້ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ພ້ອມທັງເກັບກໍາຄໍາສະເໜີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ແລະ ລົງກວດກາຕົວຈິງບັນຍາກາດ ແລະ ສະຖານທີ່ປ່ອນບັດເລືອກຕັ້ງຢູ່ເມືອງຈອມເພັດ ແລະ ເມືອງນານ ໃນການຈັດຕັ້ງປະຕິບັດຕາມມະຕິ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ຂອງຂັ້ນເທິງ ເພື່ອລາຍງານຄະນະກຳມະການເລືອກຕັ້ງລະດັບຊາດ.
(ນາງ ອານິຕາ ມ່ວນສະຫວັດ)