loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ອະນຸກຳມະການສຸຂະພາບ ຕິດຕາມກວດກາຄວາມພ້ອມຮອບດ້ານ

ຕ.ລ. 16, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ເພື່ອຮັບປະກັນໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ໃຫ້ມີຄວາມພ້ອມ ແລະ ຄວາມປອດໄພທາງດ້ານສຸຂະພາບ ແກ່ບັນດາຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວ; ວັນທີ 10 ຕຸລາຜ່ານມາ, ທ່ານ ດຣ. ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ຫົວໜ້າອະນຸກຳມະການສຸຂະພາບ ແລະ ທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ, ຮອງຄະນະຊີ້ນຳລວມ ອະນຸກຳມະການສຸຂະພາບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາຄວາມພ້ອມດ້ານສະຖານທີ່, ຢາ, ອຸປະກອນການແພດ, ພາຫະນະນຳສົ່ງ (ລົດ Ambulant) ແລະ ໜ່ວຍງານແພດຕາມວິຊາສະເພາະທີ່ກ່ຽວຂ້ອງ ຮັບໃຊ້ ແລະ ປະຈຳການໃຫ້ບໍລິການປິ່ນປົວສຸຂະພາບ ຢູ່ 3 ໂຮງໝໍສູນກາງຄື: ໂຮງໝໍເສດຖາທິຣາດ, ໂຮງໝໍມະໂຫສົດ ແລະ ໂຮງໝໍມິດຕະພາບ ເພື່ອຮັບຮອງກໍລະນີເຫດການສຸກເສີນທາງດ້ານສາທາລະນະສຸກທີ່ອາດຈະເກີດຂຶ້ນ, ມີລະບົບກົນໄກປະສານງານກັບກະຊວງສາທາລະນະສຸກ, ຍົນ ແລະ ໂຮງໝໍ ເພື່ອນໍາສົ່ງຄົນເຈັບໄປຕ່າງປະເທດໃນກໍລະນີຈໍາເປັນ; ການກະກຽມໜ່ວຍງານເຝົ້າລະວັງກໍລະນີເກີດການແຜ່ລະບາດຂອງພະຍາດລະດູການ ຫຼື ພະຍາດຕິດຕໍ່ທີ່ຮ້າຍແຮງອື່ນ; ມີການປະສານກັບຄະນະສະເພາະກິດລະດັບຊາດ, ການສົມທົບກັບກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ-ສົ່ງເສີມສຸຂະພາບ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເພື່ອຄວາມພ້ອມຮອບດ້ານທາງດ້ານສາທາລະນະສຸກອື່ນ; ການຕິດຕາມລາຍງານ ແລະ ເກັບກຳຂໍ້ມູນສະພາບການດ້ານສຸຂະພາບຂອງຜູ້ແທນ,​ ຕິດຕາມຂໍ້ມູນຂ່າວສານສຸຂະພາບອື່ນໆຜ່ານສື່ອອນລາຍ ແລະ ສື່ເອເລັກໂຕຣນິກຕ່າງໆ ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ.

ແຫຼ່ງຂ່າວໃຫ້ຮູ້ຕື່ມວ່າ: ວັນອາທິດທີ 13 ຕຸລາຜ່ານມາ, ທ່ານ ດຣ. ຄໍາຈັນ ໂສຕາປະເສີດ ໄດ້ເຄື່ອນໄຫວຕິດຕາມກວດ ກາຢູ່ຫໍປະຊຸມແຫ່ງຊາດ, ໂຮງແຮມລາດຊະວົງ, ໂຮງແຮມຄຣາວ ພລາຊາ ແລະ ໂຮງແຮມຮິວຕັນ (Hilton), ທັງນີ້ ກໍເພື່ອຮັບປະ ກັນໃຫ້ວຽກງານສົ່ງເສີມສຸຂະພາບ, ປ້ອງກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່ ໃນໄລຍະດຳເນີນກອງປະຊຸມໄອປາ. ການ ເຄື່ອນໄຫວຕິດຕາມກວດກາຄັ້ງນີ້, ແມ່ນໄດ້ມີການປະສານສົມທົບກັບກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ-ສົ່ງເສີມສຸຂະພາບ, ກົມອາຫານ ແລະ ຢາ ເພື່ອເຮັດໃຫ້ວຽກງານສົ່ງເສີມສຸຂະພາບ, ກັນ ແລະ ຄວບຄຸມພະຍາດຕິດຕໍ່ ລວມໄປເຖິງຄວາມປອດໄພທາງດ້ານອາຫານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ຜູ້ແທນສາມາດເຂົ້າຮ່ວມກອງປະຊຸມແຕ່ຕົ້ນຕະຫຼອດປາຍ ໂດຍປາສະຈາກບັນຫາທາງດ້ານສຸຂະພາບ, ພະຍາດຕິດຕໍ່ ແລະ ເຫດການສຸກເສີນຕ່າງໆທາງດ້ານສາທາລະນະສຸກ; ສາມາດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດຕິດຕໍ່ທີ່ຮ້າຍແຮງ ແລະ ພະຍາດທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ແທນທີ່ອາດຈະເກີດຂຶ້ນໃນໄລຍະດຳເນີນກອງປະຊຸມ, ຈຳກັດບໍ່ໃຫ້ມີການແຜ່ລາມ ແລະ ແຜ່ລະບາດເປັນວົງກວ້າງຢູ່ຫ້ອງປະຊຸມ, ໂຮງແຮມ, ຮ້ານອາຫານຕ່າງໆ; ໂດຍໄດ້ກະກຽມຈັດໜ່ວຍແພດປິ່ນປົວປະຈຳຢູ່ສະຖານທີ່ເຫຼົ່ານັ້ນ ແລະ ສະຖານທີ່ພັກຂອງຜູ້ແທນ ເພື່ອຮັບປະກັນໄດ້ຄວາມປອດໄພຮ້ອຍສ່ວນຮ້ອຍ.