(ສພຊ) – ວັນທີ 8-10 ພຶດສະພາ 2025, ທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຮ່ວມກັບສະມາຄົມມິດຕະພາບ ລາວ-ເບລາຣຸດຊີ ຂອງຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໄດ້ສຳເລັດການເຂົ້າຮ່ວມການສະເຫຼີມສະຫຼອງວັນຄົບຮອບ 80 ປີ ແຫ່ງໄຊຊະນະຂອງປະຊາຊົນສະຫະພາບໂຊຫວຽດ ໃນມະຫາສົງຄາມປົກປ້ອງປິຕຸພູມ ທີ່ນະຄອນຫຼວງມິນສກ໌ (Minsk), ສາທາລະນະລັດເບລາຣຸດຊີ; ການສະເຫຼີມສະຫຼອງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ ເຊິ່ງເປັນເຫດການທີ່ມີຄວາມໝາຍສຳຄັນອັນຍິ່ງໃຫຍ່ທາງປະຫວັດສາດໃນການຕໍ່ສູ້ສັດຕູ ເອົາຊະນະເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ປີ 1945. ພາຍຫຼັງທີ່ທ່ານ ອາເລັກຊັນເດີ ລູກາເຊນໂກ (Alexander Lukashenko) ປະທານາທິບໍດີເບລາຣຸດຊີ ໄດ້ກ່າວຄຳເຫັນເປີດພິທີສະເຫຼີມສະຫຼອງ ກໍໄດ້ມີການສວນສະໜາມຈາກກອງທັບເບລາຣຸດຊີ ເຊິ່ງປະກອບດ້ວຍກ້ອນກຳລັງຝູງບິນກອງທັບ, ຂະບວນພົນທະຫານຫຼາຍເຫຼົ່າທັບ, ຂະບວນລົດຍານຫຸ້ມເກາະທີ່ຕິດອາວຸດ, ຂະບວນລົດທີ່ສະແດງອາວຸດຍຸດໂທປະກອນທີ່ທັນສະໄໝ, ກ້ອນກຳລັງການສະແດງຂອງບັນດາພົນທະຫານ, ບັນດາກອງສິລະປະການສະແດງ ແລະ ກ້ອນກຳລັງອື່ນໆ ເຊິ່ງສະແດງໃຫ້ເຫັນເຖິງຄວາມພິລະອາດຫານຂອງກອງກຳລັງທຸກໝູ່ເຫຼົ່າ, ຄວາມເຂັ້ມແຂງຂອງກຳລັງແຮງທີ່ເປັນມະຫາຄວາມສະມັກຄີຂອງປວງຊົນທັງຊາດ ຂອງເບລາຣຸດຊີ ຕໍ່ຊາວໂລກ.

ວັນທີ 8 ພຶດສະພາ, ໃນໂອກາດເຂົ້າຮ່ວມການສະເຫຼີມສະຫຼອງວັນທີ່ມີຄວາມໝາຍສຳຄັນນີ້, ທ່ານຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ ໄດ້ພົບປະເຮັດວຽກກັບທ່ານ ອິກໍ ລາພາ ນິໂກລາຍວິດຊ໌ ຮອງຫົວໜ້າຄະນະເລຂາທິການສະພາແຫ່ງຊາດ ແຫ່ງ ສ.ເບລາຣຸດຊີ ເພື່ອທົບທວນຄືນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍນັບມື້ນັບດີຂຶ້ນກວ່າເກົ່າ; ສອງອົງການນິຕິບັນຍັດ ຮ່ວມກັນຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດເບລາຣຸດຊີ, ສະແດງອອກມີການແລກປ່ຽນຄະນະຜູ້ແທນນຳກັນຢ່າງປົກກະຕີ. ອັນທີ່ພົ້ນເດັ່ນແມ່ນໃນເດືອນຕຸລາ 2024 ຜ່ານມາ, ທ່ານ ອິກໍ ເຊີເກນໂກ (Igor Sergeenko) ປະທານສະພາຜູ້ແທນປະຊາຊົນ ຂອງສະພາແຫ່ງຊາດເບລາຣຸດຊີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ກໍໄດ້ມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ທີ່ເປັນເຈົ້າພາບຈັດຂຶ້ນໂດຍສະພາແຫ່ງຊາດລາວ; ມີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດນຳກັນ, ແລກປ່ຽນສານຊົມເຊີຍ ແລະ ສານອວຍພອນ ໃນໂອກາດວັນສຳຄັນຕ່າງໆຂອງສອງຊາດ; ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນສະຫະພັນລັດຖະສະພາສາກົນ (IPU), ເວທີປຶກສາຫາລືລັດຖະສະພາອາຊີ-ເອີຣົບ (ASEP), AIPA ແລະ ເວທີອື່ນໆ. ພ້ອມກັນນີ້, ສອງຝ່າຍຍັງປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືນຳກັນ ໂດຍສະເພາະແມ່ນການຮ່ວມມືລະຫວ່າງຄະນະເລຂາທິການຂອງສອງສະພາແຫ່ງຊາດ ເພື່ອສ້າງເງື່ອນໄຂໃຫ້ມີການແລກປ່ຽນຄະນະຜູ້ແທນ ທີ່ຕິດພັນກັບການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ, ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນການເຄື່ອນໄຫວວຽກງານຢູ່ເວທີລັດຖະສະພາພາກພື້ນ ແລະ ສາກົນ.

ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ໄປຢ້ຽມຊົມຫໍພິພິທະພັນສຸສານຂອງບັນດານັກຮົບທີ່ອຸທິດ ແລະ ເສຍສະຫຼະຊີວິດ ເພື່ອຕໍ່ສູ້ຍາດເອົາໄຊຊະນະໃນມະຫາສົງຄາມປົກປ້ອງປິຕຸພູມຂອງຕົນ, ຫໍສະພາແຫ່ງຊາດ, ມະຫາວິທະຍາໄລ ແລະ ພື້ນຖານທາງດ້ານວັດທະນະທຳຈຳນວນໜຶ່ງ ຢູ່ນະຄອນຫຼວງມິນສກ໌ ອີກດ້ວຍ.