ຫາລືຄວາມພ້ອມຮ່າງກົດໝາຍທີ່ຈະກຳນົດໃນແຜນການສ້າງ ແລະ ປັບປຸງ

ກ.ຍ. 2, 2025

(ສພຊ) – ວັນທີ 2 ກັນຍານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບຄວາມກຽມພ້ອມຂອງຮ່າງກົດໝາຍທີ່ຈະກຳນົດໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງ ສພຊ ຊຸດທີ X ແຕ່ປີ 2026-2030 ກ່ອນຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານປະທານ-ຮອງປະທານກໍາມາທິການ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະກົມ ແລະ ແຂກຖືກເຊີນ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອທົບທວນ ແລະ ຖອດຖອນບົດຮຽນຄືນກ່ຽວກັບການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍຕະຫຼອດໄລຍະເວລາ 5 ປີຜ່ານມາ ທັງຊອກວິທີການແກ້ໄຂການຈັດຕັ້ງປະຕິບັດແຜນການດັ່ງກ່າວໃຫ້ມີປະສິດທິຜົນ ໂດຍສະເພາະການສ້າງ ແລະ ປັບປຸງກົດໝາຍ ໃຫ້ມີຄວາມສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະກະຊວງ, ອົງການ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນ ມີຄວາມສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ; ທ່ານຍັງເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ແຕ່ງຕັ້ງຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ, ກະກຽມແຜນການເຄື່ອນໄຫວ ແລະ ແຜນງົບປະມານຮັບໃຊ້ ໃຫ້ແກ່ການຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍແຕ່ລະສະບັບ ແນໃສ່ເຮັດໃຫ້ການສ້າງ ແລະ ປັບປຸງກົດໝາຍແຕ່ລະປີ ມີຜົນສຳເລັດຕາມແຜນການທີ່ວາງໄວ້.
ໃນກອງປະຊຸມໄດ້ຮັບຟັງຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X ແຕ່ປີ 2026-2030; ຈາກນັ້ນ, ໄດ້ພ້ອມກັນປະກອບຄຳເຫັນ ແລະ ໃຫ້ຂໍ້ມູນຢ່າງລະອຽດຈະແຈ້ງ ໂດຍສະເພາະບັນດາກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ.

(ນາງ ອາລິນ ສຸພິມມະປະດິດ)