(ສພຊ) – ວັນສຸກທີ 10 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມປຶກສາຫາລືກົນໄກການປະສານງານລະຫວ່າງກໍາມາທິການຍຸຕິທໍາ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການຍຸຕິທຳ, ມີບັນດາທ່ານຮອງປະທານກໍາມາທິການຍຸຕິທໍາ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຈາກ 4 ພາກສ່ວນດັ່ງກ່າວ ພ້ອມດ້ວຍພະ ນັກງານຈໍານວນໜຶ່ງທີ່ກ່ຽວຂ້ອງ ເຂົ້າຮ່ວມ 60 ກວ່າທ່ານ.

ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບການກະກຽມເນື້ອໃນຂົງເຂດຍຸຕິທໍາ ໃຫ້ແກ່ການດໍາເນີນກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ; ສະຫຼູບການປະຕິບັດກົນໄກການປະສານງານລະຫວ່າງກໍາມາທິການຍຸຕິທໍາ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ; ປຶກສາຮ່ວມກັນກ່ຽວກັບການພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ໂດຍສະເພາະແມ່ນບັນດາຄໍາຮ້ອງທີ່ສະພາແຫ່ງຊາດ ໄດ້ນໍາສົ່ງໃຫ້ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ພິຈາລະນາແກ້ໄຂ. ທັງໝົດເຫຼົ່ານັ້ນ ເພື່ອຮັບປະກັນການເປັນເສນາທິການໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ໃນວຽກງານຂົງເຂດຍຸຕິທໍາ ກໍຄືເພື່ອເພີ່ມທະວີການປະສານສົມທົບເຊິ່ງກັນແລະກັນ ໃຫ້ມີຄວາມໂລ່ງລ່ຽນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານດັ່ງກາວໃນຕໍ່ໜ້າ.

ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມລະຫວ່າງກຳມາທິການຍຸຕິທຳ ກັບ ອົງການໄອຍະການປະຊາຊົນສູງສຸດ, ການປະສານງານກັບສານປະຊາຊົນສູງສຸດ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ; ບົດສະຫຼຸບກົນໄກການປະສານງານລະຫວ່າງກຳມາທິການຍຸຕິທໍາ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການດໍາເນີນຄະດີແພ່ງ; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນຄວາມຄິດເຫັນເຊິ່ງກັນແລະກັນໃນດ້ານຕ່າງໆ ຕໍ່ກັບການຈັດຕັ້ງປະຕິບັດບົດບາດຂອງຕົນ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ວິທີການແກ້ໄຂຮ່ວມກັນ ຮັບປະກັນເຮັດໃຫ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ ໄດ້ຮັບການປັບປຸງໃຫ້ມີຄຸນນະພາບໃໝ່ດີຂຶ້ນກວ່າເກົ່າ.
ໃນໂອກາດດັ່ງກ່າວ, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ແຕ່ລະພາກສ່ວນທີ່ໄດ້ມີຄວາມພະຍາ ຍາມໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ວຽກງານຂອງສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ກໍານົດໄວ້. ເພື່ອສືບຕໍ່ເຮັດໃຫ້ການປະຕິບັດວຽກງານຂອງແຕ່ລະພາກສ່ວນມີຜົນສໍາເລັດ ແລະ ແກ້ໄຂໄດ້ບັນດາຈຸດອ່ອນຂໍ້ຄົງຄ້າງ, ທ່ານຍັງໄດ້ເນັ້ນໜັກໃຫ້ກອງປະຊຸມນໍາໄປພິຈາລະນາໃນບາງດ້ານ ເປັນຕົ້ນ: ເອົາໃຈໃສ່ປະສານສົມທົບເຊິ່ງກັນແລະກັນ ໃນການກວດກາ ແລະ ປະເມີນຄືນບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ມີຄວາມຈໍາເປັນຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບລັດຖະທໍາມະນູນສະບັບປີ 2025 ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ທັງຄົ້ນຄວ້າ, ສະເໜີສ້າງນິຕິກໍາທີ່ຈໍາເປັນ ໃຫ້ແກ່ການເຄື່ອນໄຫວວຽກງານຕົວຈິງຂອງແຕ່ລະພາກສ່ວນ; ສືບຕໍ່ຄົ້ນຄວ້າ, ສ້າງ ແລະ ປັບປຸງກົນໄກປະສານງານລະຫວ່າງກຳມາທິການຍຸຕິທຳ ກັບ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ເພື່ອເປັນບ່ອນອີງໃຫ້ແກ່ການປະຕິບັດວຽກງານ ກໍຄືຄວາມເປັນເອກະພາບໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະອົງການ ຮັບປະກັນໄດ້ຄວາມຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ໃຫ້ຄວາມຍຸຕິທໍາແກ່ປະຊາຊົນ; ເປັນເຈົ້າການຄົ້ນຄວ້າ, ປັບປຸງກົນໄກ, ແບບແຜນ ແລະ ວິທີເຮັດວຽກຂອງຕົນ ໃນການຄົ້ນຄວ້າແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ສະບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ໃຫ້ມີໝາກຜົນຕົວຈິງ.
