ຫາລືການປະມວນເອກະສານການເຄື່ອນໄຫວວຽກງານຕ່າງປະເທດ

ທ.ວ. 29, 2025

(ສພຊ) – ວັນທີ 26-27 ທັນວານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ກົມພົວພັນລັດຖະສະພາສອງຝ່າຍ ຮ່ວມກັບກົມພົວພັນລັດຖະສະພາຫຼາຍຝ່າຍ ທີ່ເປັນເສນາທິການໃຫ້ແກ່ກຳມາທິການການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືການປະມວນບັນດາເອກກະສານທາງການ ໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ IX (2021-2025) ໂດຍການເປັນປະທານຂອງທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ ເຊິ່ງມີຄະນະກົມ, ຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງຂອງສອງກົມດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພື່ອຄົ້ນຄວ້າ, ປຶກສາຫາລື, ລະດົມແນວຄວາມຄິດ ແລະ ປະກອບຄໍາເຫັນດ້ານເນື້ອໃນ ໃສ່ປຶ້ມປະມວນເອກະສານທາງການຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ IX, ການປະມວນບັນດາເອກະສານໃນການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45, ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ໃຫ້ມີຄວາມຄົບຖ້ວນ, ສອດຄ່ອງ ແລະ ເປັນບ່ອນອີງທີ່ໜັກແໜ້ນດ້ານທິດສະດີ ແລະ ພຶດຕິກຳ ໃນການຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ແຫ່ງ ສປປລາວ; ສ້າງໃຫ້ເປັນຄູ່ມືປະມວນບັນດາເອກະສານທີ່ນຳໃຊ້ຕົວຈິງໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມາທິການການຕ່າງປະເທດ ທີ່ຖືກຕ້ອງ, ເປັນເອກະພາບ ແລະ ທັນເວລາ ພ້ອມທັງນຳໄປເຜີຍແຜ່ໃຫ້ພະນັກງານວິຊາການຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ມວນຊົນ ໄດ້ຮັບຊາບ, ສຶກສາຄົ້ນຄ້ວາ.
ໄລຍະດຳເນີນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຄົ້ນຄວ້າ, ປະກອບຄຳຄິດເຫັນ, ສົນທະນາ ແລະ ແລກປ່ຽນປະສົບການ ແລະ ບົດຮຽນ ຕໍ່ບັນດາເນື້ອໃນ, ສາລະບານ, ໜ້າປົກ ແລະ ຮູບພາບຂອງບັນດາປຶ້ມທີ່ວິທະຍາກອນໄດ້ນຳມາສະເໜີ ຢ່າງມີຈຸດສຸມ, ກົງໄປກົງມາ ແລະ ເປັນຂະບວນຟົດຟື້ນ.
ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ແລະ ເປັນຜົນປະໂຫຍດໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜູ້ແທນກອງປະຊຸມ ທີ່ໄດ້ປະກອບສ່ວນຄຳຄິດຄຳເຫັນອັນລໍ້າຄ່າ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຜົນສໍາເລັດອັນໃຫຍ່ຫຼວງໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເຄື່ອນໄຫວວຽກງານຂອງກຳມາທິການການຕ່າງປະເທດ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດ ແລະ ການເຄື່ອນໄຫວວຽກງານຕົວຈິງຂອງສະພາແຫ່ງຊາດໃນແຕ່ລະໄລຍະ; ພ້ອມກັນນີ້, ການສ້າງປຶ້ມປະມວນບັນດາເອກະສານທາງການເຫຼັ້ມນີ້ ຍັງໄດ້ເປັນຖານຂໍ້ມູນໃນການຄົ້ນຄວ້າ, ຂໍ້ມູນອ້າງອີງທີ່ສຳຄັນໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານ-ລັດຖະກອນ ຂອງກໍາມາທິການການຕ່າງປະເທດ ເວົ້າສະເພາະ, ເວົ້າລວມ ກໍຄືສະພາແຫ່ງຊາດ ໃນຕໍ່ໜ້າອີກດ້ວຍ.