ຫັນປ່ຽນປະເພດດີນປ່າໄມ້ ເປັນດີນປະເພດອື່ນລັກສະນະຊົ່ວຄາວ ທີ່ນອນໃນປ່າຜະລິດແຫ່ງຊາດ ນໍ້າປາ-ຫ້ວຍວີ.

ສ.ຫ. 14, 2025

ໃນວັນທີ 13 ສິງຫາ 2025, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີກອງປະຊຸມຕິດຕາມກວດກາ ການຂໍຫັນປ່ຽນປະເພດດີນປ່າໄມ້ ເປັນດີນປະເພດອື່ນລັກສະນະຊົ່ວຄາວ ທີ່ນອນໃນປ່າຜະລິດແຫ່ງຊາດ ນໍ້າປາ-ຫ້ວຍວີ. ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ ອັດຕະປື, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງຊານໄຊ, ຄະນະກໍາມະການ, ຄະນະເລຂາທິການ, ຕາງໜ້າຫ້ອງວ່າການແຂວງ, ເມືອງ, ພະແນການທີ່ກ່ຽວຂ້ອງ, ຕາງໜ້າບໍລິສັດ ນິແລນລາວ ມາຍນິ້ງ ຈໍາກັດ, ກຸ່ມບ້ານ ແລະ , ອໍານາດການປົກຄອງບ້ານຈະເລີນໄຊ ເຂົ້າຮ່ວມ.

ໃນກອງປະຊຸມ ຜູ້ຕາງໜ້າບໍລິສັດ ນິແລນລາວ ມາຍນິ້ງ ຈໍາກັດ ໄດ້ລາຍງານສະພາບຄວາມເປັນມາໂດຍຫຍໍ້ ໃຫ້ຊາບວ່າ: ບໍລິສັດ ໄດ້ເຊັນສັນຍາວ່າດ້ວຍການຊອກຄົ້ນ ແລະ ສໍາຫຼວດ ໃນຄັ້ງວັນທີ 12 ຕຸລາ 2009 ໃນເນື້ອທີ່ 164 ກິໂລຕາແມັດ,​ໄດ້ຢຸດການດໍາເນີນວຽກງານຂອງໂຄງການຊົ່ວຄາວໃນຊ່ວງ ປີ2017 ຫາ 2018 ເນື່ອງຈາກສະພາການແຜ່ລະບາດຂອງພະຍາດໂຄວິດ19,  ໃນປີ 2024 ບໍລິສັດໄດ້ສືບຕໍ່ວຽກໂຄງການເພື່ອປັບປຸງບັນດາເອກະສານນິຕິກໍາ, ເຕັກນິກ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ການຫັນປ່ຽນທີ່ດີນປ່າໄມ້ ໄປເປັນດີນປະເພດອື່ນ ລັກສະນະຊົ່ວຄາວ ທີ່ນອນໃນປ່າຜະລິດແຫ່ງຊາດນໍ້າປາ-ຫ້ວຍວີ ເພື່ອຈະນໍາໃຊ້ເຂົ້າໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຊືນ ແລະ ແຮ່ເງີນ ຢູ່ເຂດກຸ່ມບ້ານຈະເລີນໄຊ, ເມືອງຊານໄຊ ແຂວງອັດຕະປື, ມີເນື້ອທີ່ທັງໝົດ 150 ເຮັກຕາ, ແຕ່ບໍລິສັດຈະນໍາໃຊ້ຕົວຈິງຈໍານວນ 19,08 ເຮັກຕາ ນໍາໃຊ້ເຂົ້້າໃນກິດຈະການຕ່າງໆ.ນອກນີີ້ຍັງໄດ້ຮັບຟັງການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າຮ່ວມ,ໄດ້ປະກອບຄໍາຄິດຄໍາເຫັນ, ປືກສາຫາລືແລກປ່ຽນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນໆ  ເພື່ອຮັບປະກັນການຢັ້ງຢືນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ໃນການຂຸດຄົ້ນ ແລະ ປຸງແຕ່ງ ຂອງໂຄງການ ແລະ ເພື່ອເປັນຂໍ້ມູນລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ໃຫ້ມີຄວາມເປັນເອກະພາບລະຫວ່າງຂັ້ນທ້ອງຖີ່ນ ແລະ ສູນກາງ.ກອງປະຊຸມ, ທ່ານ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ ອັດຕະປື ຍັງໄດ້ມີຄໍາເຫັນ ເອົາ​ໃຈ​ໃສ່​ຕິດຕາມກວດກາ ຢ່າງ​ໃກ້​ສິດ ຕໍ່​ບັນຫາຜົນ​ກະທົບ ​ທີ່​ອາດ​ຈະ​ເກີດ​ຂື້ນ​ຈາກ​ໂຄງການ​ພັດທະນາ​, ຄົ້ນຄວ້າ, ປັບປຸງ ນະໂຍບາຍ ແລະ ນິຕິກຳ ກ່ຽວກັບການສົ່ງເສີມວຽກງານການຟື້ນຟູ ແລະ ປູກໄມ້ທົດແທນ ໂດຍການມີສ່ວນຮ່ວມ ລະຫວ່າງ ພາກລັດ, ຜູ້ປະກອບການ ແລະ ປະຊາຊົນ ໃຫ້ມີຄວາມຊັດເຈນ ແລະ ຮັດກຸມ, ​ຕິດຕາມ ການຟື້ນ​ຟູ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ຈາກການພັດທະນາ​ໂຄງການ ​ຮັບປະກັນ​ເຮັດ​ໃຫ້​ຊີວິດ​ກາ​ນ​ເປັນ​ຢູ່​ຂອງ​ປະຊາຊົນ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂື້ນ​ກວ່າ​ເກົ່າ; ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ແຕ່ລະຂັ້ນ ໃຫ້ລະອຽດຊັດເຈນ ໂດຍການມີສ່ວນຮ່ວມຂອງປະຊາຊົນໃນແຕ່ລະທ້ອງຖິ່ນ ພ້ອມທັງ ມີລະບຽບການຄຸ້ມຄອງ ແລະ ຕິດຕາມກວດກາ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ; ສຸມໃສ່ ຕິດຕາມ, ກວດກາ ແລະ ສັງລວມ ການປະຕິບັດ ພັນທະຕ່າງໆ ກ່ຽວກັບວຽກງານຟື້ນຟູປ່າໄມ້, ປູກໄມ້ທົດແທນ, ຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ສັດປ່າ ຕາມສັນຍາຫັນປ່ຽນ, ກົດໝາຍ, ມະຕິສະພາແຫ່ງຊາດ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ.

(ວິນັດ ສີສຸລາດ)