
ໃນລະຫວ່າງວັນທີ 5-9 ກຸມພາ 2024 ນີ້, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ປະທານສະພາປະຊາຊົນແຂວງ ແລະ ທ່ານ ນ. ໄລວອນ ຈັນທະລາ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼາ, ທ່ານ ນ. ວັນສີ ພວງມະໄລ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼາ ພ້ອມດ້ວຍຄະນະ, ໄດ້ສໍາເລັດການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II ຢູ່ເມືອງຫຼາ ໄດ້ທັງໝົດ 11 ຈຸດ, 10 ບ້ານຄື: ຈຸດສະໂມສອນທະຫານເມືອງ, ບ້ານປາກປຸຍ, ຕະໂລະລົ່ມ, ມົກລະຫາງ, ແສນຫຼວງ-ອາໂນ, ອາຄັງ, ກົກໄມ້ໃຫຍ່, ຈາກແປຼະ, ຫ້ວຍໂຕນ ແລະ ບ້ານປາງປໍ; ມີບັນດາທ່ານຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, 2 ກໍາລັງ ປກຊ-ປກສ, ເລຂາພັກກຸ່ມບ້ານ-ນາຍບ້ານ, ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານ ເຂົ້າຮ່ວມຮັບຟັງທັງໝົດ: 719 ຄົນ, ຍິງ 275 ຄົນ.



ການເຄື່ອນໄຫວເຜີຍແຜ່ ແລະ ພົບປະປະຊາຊົນໃນຄັ້ງນີ້ ໄດ້ນໍາເອົາບັນດາບົດສັງລວມເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຕິດພັນກັບ 2 ວາລະແຫ່ງຊາດ, ບັນດາມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ບົດຊີ້ແຈງຂອງທ່ານນາຍົກ, ບັນດາກະຊວງ ແລະ ພະແນກການກ່ຽວຂ້ອງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນວາລະເຂົ້າຮ່ວມກອງປະຊຸມ ກ່ຽວກັບການຄຸ້ມຄອງບໍລິຫານລັດຂັ້ນຕ່າງໆ.


ຜ່ານການລົງເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມໃນຄັ້ງນີ້ ເຫັນວ່າຜູ້ມີສິດເລືອກຕັ້ງມີຄວາມສົນໃຈຕໍ່ເນື້ອໃນຕ່າງໆທີ່ໄດ້ສະເໜີ ແລະ ເຜີຍແຜ່, ໄດ້ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ປະຊາຊົນໄດ້ດີພໍສົມຄວນ. ພ້ອມນັ້ນ, ໄດ້ຮັບຟັງຄໍາຄິດເຫັນ ແລະ ຄໍາສະເໜີຂອງຜູ້ມີສິດເລືອກຕັ້ງ, ຕໍ່ກັບບັນດາຄໍາສະເໜີ ສ່ວນຫຼາຍແມ່ນຕິດພັນກັບຂອບເຂດຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ເຊິ່ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ກໍ່ໄດ້ຊີ້ແຈງກັບທີ່ແລ້ວ ແລະ ມີບາງຄໍາເຫັນແມ່ນຈະສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຄົ້ນຄ້ວາ, ພິຈາລະນາແກ້ໄຂຕາມພາລະບົດບາດ.


ພ້ອມນັ້ນ, ຍັງໄດ້ນໍາເອົາເຄື່ອງນຸ່ງຫົ່ມ ຈໍານວນໜຶ່ງ ມອບໃຫ້ຄອບຄົວຜູ້ທຸກຍາກຕື່ມອີກ.



ພາບ/ຂ່າວ: ສະພາປະຊາຊົນແຂວງ.