ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ອັດລົງດ້ວຍຜົນສໍາເລັດ ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 25 ມັງກອນ ຈົນເຖິງວັນທີ 27 ມັງກອນ 2023 ເຊິ່ງລວມເປັນເວລາ 3 ວັນເຕັມ ໂດຍການເປັນປະທານຂອງທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຊິ່ງຮັບກຽດເຂົ້າຮ່ວມ ຂອງທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ເຊກອງ, ມີບັນດາທ່ານ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ 100 ກວ່າທ່ານ.



ທ່ານ ປະທານສະພາປະຊາຊົນແຂວງ ກ່າວຕື່ມອີກວ່າ: ກອງປະຊຸມມີຄວາມເຊື່ອໝັ້ນວ່າແຕ່ລະພາກສ່ວນຈະນໍາເອົາການປະກອບຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ ໄປພິຈາລະນາ ເພື່ອເຮັດໃຫ້ບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ ໄດ້ຮັບການແກ້ໄຂ, ພ້ອມທັງສູ້ຊົນຈໍາກັດ ແລະ ປັບປຸງແກ້ໄຂບັນດາອຸປະສັກ, ສິ່ງກີດຂວາງ ໃນຂົງເຂດວຽກງານຂອງຕົນຮັບຜິດຊອບໃຫ້ຕົກໄປ ຕິດພັນກັບການຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອສ້າງໃຫ້ມີການຫັນປ່ຽນທີ່ດີຂຶ້ນຢ່າງແຂງແຮງ, ຈະແຈ້ງ ແລະ ສືບຕໍ່ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ໂດຍສະເພາະ ການປະຕິບັດ 2 ວາລະແຫ່ງຊາດໃຫ້ມີໝາກຜົນຕົວຈິງຫຼາຍຂຶ້ນ ແນໃສ່ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ນັບມື້ນັບດີຂຶ້ນ.
ສະນັ້ນ, ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ຮຽກຮ້ອງມາຍັງຄະນະປະຈໍາສະພາປະຊາຊົນແຂວງ, ບັນດາຄະນະກໍາມະການ, ຄະນະເລຂາທິການສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ອົງການປົກຄອງແຂວງ, ອົງການປົກຄອງເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ເຂົ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
#ໂດຍ: ນາລີວັນ.