(ສພຊ) – ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 12 ພະຈິກຜ່ານມາ, ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ມີຄຳເຫັນຕໍ່ບົດລາຍບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ເຊິ່ງສະເໜີລັດຖະບານຄົ້ນຄວ້າ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດບາງບັນຫາດັ່ງນີ້:
1. ສືບຕໍ່ເຮັດວຽກງານໂຄສະນາສຶກສາອົບຮົມສ້າງຄວາມຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍຢາເສບຕິດ ແລະ ເຜີຍແຜ່ລະບຽບກົດໝາຍ, ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ທົ່ວສັງຄົມຢ່າງແຂງແຮງ ດ້ວຍຫຼາຍຮູບການ, ວິທີການ ໂດຍເນັ້ນໃຫ້ທຸກພາກສ່ວນເປັນເຈົ້າການດໍາເນີນການແກ້ໄຂຢ່າງຈິງຈັງ.
2. ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ໃຫ້ຄົບຖ້ວນຮັດກຸມຕື່ມ ໂດຍສະເພາະນິຕິກໍາປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດນັ້ນ ຄວນເດັດຂາດແທ້ ເຊັ່ນ: ການແກ້ໄຂວັດຖຸຂອງກາງຄະດີຕ້ອງອາຍັດ ຫຼື ຢຶດເປັນຂອງລັດ, ສ້າງນິຕິກຳກ່ຽວກັບການປະຕິບັດໂທດປະຫານຊີວິດຄະດີຢາເສບຕິດ ໃຫ້ເປັນຮູບປະທໍາ ເພາະວ່າທີ່ຜ່ານມາເຫັນວ່າມີການຕັດສິນໂທດປະຫານຊີວິດຫຼາຍ ແຕ່ບໍ່ໄດ້ຈັດຕັ້ງປະຕິບັດ ເຮັດໃຫ້ເປັນຊ່ອງວ່າງ ກະທົບເຖິງຄວາມສັກສິດຂອງກົດໝາຍ.
3. ປັບປຸງກົງຈັກການຈັດຕັ້ງແກ້ໄຂບັນຫາຢາເສບຕິດຂັ້ນເມືອງ, ຂັ້ນຕາແສງ ແລະ ຂັ້ນບ້ານ ໃຫ້ເປັນຂະບວນການແຂງແຮງ; ປັບປຸງຍົກລະດັບພະນັກງານອົງການສືບສວນ-ສອບສວນ, ສານ, ໄອຍະການ ໃຫ້ດໍາເນີນຄະຄີຢາເສບຕິດໃຫ້ວ່ອງໄວ, ທັນການກວ່າເກົ່າ, ບໍ່ແກ່ຍາວ, ຖ່ວງດຶງເວລາ; ປັບປຸງຍົກລະດັບປະສິດທິພາບການວິເຄາະ, ວິໄຈ ສານເສບຕິດໃຫ້ວ່ອງໄວ ແລະ ມີຄວາມຮັບປະກັນ.
4. ຍົກສູງວຽກງານແກ້ໄຂຮອບດ້ານຕໍ່ຄະດີຢາເສບຕິດ ໂດຍປະຕິບັດເຂັ້ມງວດ 3 ຫຼັກການ: ເດັດຂາດ, ໂປ່ງໃສ ແລະ ຫັນເປັນມືອາຊີບ ຂອງເຈົ້າໜ້າທີ່ ດ້ວຍປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ; ການແກ້ໄຂຄະດີຢາເສບຕິດ ຕ້ອງໂປ່ງໃສ ແລະ ເປີດເຜີຍຕໍ່ສັງຄົມ ໂດຍສະເພາະກໍລະນີຈັບໄດ້ແຕ່ຂອງກາງຄະດີ, ແຕ່ບໍ່ສາມາດຈັບຕົວຜູ້ກະທໍາຜິດໄດ້.
5. ຍົກສູງບົດບາດການຈັດຕັ້ງລະບົບການເມືອງຢູ່ຮາກຖານ ໃນການເປັນເຈົ້າການສະກັດກັ້ນ, ປາບປາມຢາເສບຕິດແຕ່ຫົວທີ; ຕິດແໜ້ນສະຖາບັນຄອບຄົວ, ສະຖາບັນການສຶກສາ ແລະ ຫົວໜ່ວຍການຈັດຕັ້ງທຸລະກິດ, ກິດຈະການຕ່າງໆ; ຕິດຕາມ, ຊຸກຍູ້ຂະບວນການສ້າງບ້ານປອດຢາເສບຕິດ, ໂຮງຮຽນ ຫຼື ສະຖານການສຶກສາປອດຢາເສບຕິດ ຕາມເນື້ອໃນມະຕິ 110/ສພຊ.
6. ສືບຕໍ່ແກ້ໄຂບັນຫາຄວາມແອອັດຂອງສະຖານທີ່ຄຸມຂັງ, ສູນບໍາບັດປິ່ນປົວ; ປະກອບວັດຖຸອຸປະກອນ, ຢາ ທີ່ຈຳເປັນ; ຈັດຕັ້ງເຝິກອົບຮົມວິຊາຊີບ, ປະກອບວຽກເຮັດງານທຳໃຫ້ນັກໂທດ, ຜູ້ຖືກຕ້ອງຫາ ໃຫ້ໄດ້ອອກແຮງງານສ້າງລາຍຮັບ.
7. ເພີ່ມທະວີການພົວພັນຮ່ວມມືສາກົນ ແລະ ພາກພື້ນ ໃນການແກ້ໄຂຢາເສບຕິດ ໂດຍສະເພາະບັນດາປະເທດທີ່ຊາຍແດນຕິດຈອດ ສປປລາວ ຫຼື ປະເທດຄູ່ເຈລະຈາ, ຄູ່ຮ່ວມມື ຕາມກົນໄກທີ່ມີຢ່າງແຂງແຮງ ແລະ ເປັນເຈົ້າການ.
ບັນຫາຕັດສິນ ແມ່ນຕ້ອງໄດ້ເພີ່ມທະວີການນຳພາຊີ້ນຳປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນຂອງປວງຊົນຢ່າງແທ້ຈິງ; ພັດທະນາເສດຖະກິດໃຫ້ຮັ່ງມີ, ເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາຊົນມີຢູ່ມີກິນ, ມີລາຍຮັບທີ່ໝັ້ນຄົງ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ; ເອົາໃຈໃສ່ພັດທະນາຍິງໜຸ່ມ-ຊາຍໜຸ່ມ ໃຫ້ມີຄວາມຫ້າວຫັນ, ກະຕືລືລົ້ນໃນການເຝິກຝົນຫຼໍ່ຫຼອມຕົນເອງ ແລະ ມີອາຊີບຄົງທີ່ໝັ້ນທ່ຽງ ແລະ ບໍ່ໄປຫຍຸ້ງກ່ຽວກັບສິ່ງເສບຕິດ.
ສ້າງນິຕິກຳການປະຕິບັດໂທດປະຫານຊີວິດຄະດີຢາເສບຕິດ ໃຫ້ເປັນຮູບປະທໍາ
