![](https://na.gov.la/wp-content/uploads/2022/10/312381526_552389733557183_1520998452588598566_n.jpeg)
![](https://na.gov.la/wp-content/uploads/2022/10/309198274_552389766890513_1314668933528694779_n.jpeg)
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປະຕິບັດຕາມແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ແລະ ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ, ສະພາປະຊາຊົນແຂວງ ທັງເປັນການຍົກລະດັບຄວາມອາດສາມາດ ແລະ ສ້າງຄວາມເຂັ້ມແຂງ ທາງດ້ານວິຊາການ, ເຮັດໃຫ້ພະນັກງານ-ລັດຖະກອນ ທີ່ເຂົ້າຮ່ວມເຝິກອົບຮົມ ໄດ້ຮັບຮູ້, ເຂົ້າໃຈ ເປັນເອກະພາບ ໃນຫົວຂໍ້ທີ່ໄດ້ເຝິກອົບຮົມ ແລະ ສາມາດນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຕາມລະດັບຄາດໝາຍ; ພ້ອມທັງເປັນການຍົກລະດັບຄວາມຮັບຮູ້ຂອງພະນັກງານ ໃຫ້ໄດ້ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນ ກ່ຽວກັບການປະຕິບັດວຽກງານ ຕາມສິດ ແລະ ພາລະບົດບາດ ຂອງສະພາແຫ່ງຊາດ ໃນ 3 ພາລະບົດບາດຫຼັກຄື: ດ້ານນິຕິບັນຍັດ, ດ້ານການຄົ້ນຄວ້າບັນຫາສຳຄັນຂອງປະເທດຊາດ ແລະ ດ້ານການຕິດຕາມກວດກາ ການປະຕິບັດລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ວາລະແຫ່ງຊາດ.
![](https://na.gov.la/wp-content/uploads/2022/10/312243158_552389693557187_7344761333477105309_n.jpeg)
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຫົວຂໍ້ທີ 1 “ຄວາມຮູ້ພື້ນຖານ ກ່ຽວກັບສະກຸນເງິນດີຈີຕອນ (Crypto currency)”; ຫົວຂໍ້ທີ 2 “ວິທີການບໍລິຫານ-ຈັດການຫ້ອງການ ວຽກງານຂາເຂົ້າ-ຂາອອກການເກັບສໍາເນົາເອກະສານ, ອຸປະກອນຮັບໃຊ້ຫ້ອງການ ຂອງກົມ ຫຼື ກໍາມາທິການ”; ຫົວຂໍ້ທີ 3 “ຂັ້ນຕອນ ແລະ ວິທີການຄົ້ນຄວ້າ ອະນຸມັດໂຄງການລົງທຶນ ໃນຂົງເຂດເສດຖະກິດ ເປັນຕົ້ນ: ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່”. ຈາກນັ້ນ, ບັນດານັກສຳມະນາກອນໄດ້ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຕໍ່ບັນດາຫົວຂໍ້ດັ່ງກ່າວ.![]()
![](https://na.gov.la/wp-content/uploads/2022/10/312274922_552389780223845_1581005557638224364_n.jpeg)
(ພາບ ແລະ ຂ່າວ: ກົງທະນູຄຳ ພິພັດເສລີ)