ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງ ສພຊ ແລະ ສພຂ

​ພ.ຈ. 6, 2025

(ສພຂ) – ວັນທີ 3-4 ພະຈິກຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີ ໄດ້ມີກອງປະຊຸມເຝິກອົບຮົມເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ພ້ອມດ້ວຍບັນດາທ່ານຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ອົງການລັດທຽບເທົ່າພະແນກຂັ້ນແຂວງ, ເລຂາພັກເມືອງ ແລະ ປະທານຄະນະກຳມະການປົກຄອງເມືອງ 11 ເມືອງ, ພະນັກງານຈາກ ສພຊ ແລະ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄໍາໃບ ດໍາລັດ ໄດ້ມີຄຳເຫັນກ່າວເປີດວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່, ໂຄສະນາກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ໃຫ້ມີຄວາມເລິກເຊິ່ງ; ເປັນການຊຸກຍູ້, ແນະນໍາ ແລະ ສ້າງຄວາມເປັນເອກະພາບ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມໃຫ້ແກ່ການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທັງເປັນຂໍ້ມູນ, ບ່ອນອີງ ໃຫ້ແກ່ການຄົ້ນຄວ້າ, ປັບປຸງກົງຈັກການຈັດຕັ້ງຂອງສະພາໃນຊຸດຕໍ່ໄປ ໃຫ້ເປັນລະບົບ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນໃຫ້ແກ່ການເສີມຂະຫຍາຍ ແລະ ການຍົກສູງບົດບາດການນໍາພາຂອງພັກເວົ້າລວມ ໂດຍສະເພາະການຍົກສູງບົດບາດຂອງສະພາ ໃຫ້ມີຄວາມເຂັ້ມແຂງ, ເລິກເຊິ່ງ, ຮອບດ້ານ ສົມຄູ່ກັບການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ. ທ່ານຍັງຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຕິດຕາມຮັບຟັງການສະເໜີບົດຮຽນແຕ່ລະເນື້ອໃນທີ່ໄດ້ກ່າວມານັ້ນ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ບັນຫາໃດທີ່ບໍ່ທັນເຂົ້າໃຈ ຫຼື ບໍ່ທັນຈະແຈ້ງ ກໍໃຫ້ມີການສະເໜີຖາມ ແລະ ປຶກສາຫາລືແລກປ່ຽນບົດຮຽນນໍາກັນ ເພື່ອຄວາມຮັບຮູ້ ແລະ ຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ.
ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ສະເໜີບົດຮຽນໃນຫົວຂໍ້ການຍົກສູງພາລະບົດບາດໃນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ແນະນໍາກ່ຽວກັບການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຸດຕໍ່ໄປ. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ເປັນເຈົ້າການແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກວ້າງຂວາງ ແລະ ກົງໄປກົງມາ, ສົມທຽບໃສ່ການເຄື່ອນໄຫວວຽກງານຕົວຈິງໃນໄລຍະຜ່ານມາ ໂດຍສະເພາະບັນຫາຫຍຸ້ງຍາກ ເປັນຕົ້ນແມ່ນດ້ານບຸກຄະລາກອນທີ່ຈະເປັນເສນາທິການ ບັນຈຸຊ່ວຍວຽກຢູ່ຂັ້ນເມືອງໃນຕໍ່ໜ້າ ຍັງມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກບຸກຄະລາກອນມີຈໍາກັດ, ດ້ານງົບປະມານ ແລະ ພາຫະນະ ຮັບໃຊ້ໃນການເຄື່ອນໄຫວວຽກງານຕົວຈິງ ຍັງມີຈໍາກັດ ບວກໃສ່ຄວາມຮັບຮູ້, ເຂົ້າໃຈຂອງສັງຄົມ ຕໍ່ວຽກງານສະພາ ຍັງບໍ່ຫຼາຍ.