ສ້າງຂະບວນການອອກແຮງງານເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X.

ສ.ຫ. 15, 2025

ປະຕິບັດຕາມແຈ້ງການ ຂອງອະນຸກໍາມະການຂະບວນການ ແລະ ສຶກສາອົບຮົມການເມືອງແນວຄິດ, ສະບັບເລກທີ 54/ອກສຂ, ລົງວັນທີ 28 ກໍລະກົດ 2025 ເລື່ອງການອະນາໄມ, ປະດັບປະດາຕົວເມືອງ, ບັນດາສໍານັກງານ, ອົງການ. ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງອຸດົມໄຊ ໄດ້ສ້າງຂະບວນການອອກແຮງງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ເຊິ່ງນໍາໂດຍທ່ານ ນ. ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
  ການສ້າງຂະບວນການດັ່ງກ່າວແມ່ນຈັດຕັ້ງອານາໄມຂອບເຂດຄວາມຮັບຜິດຊອບຂອງຕົນເຊັ່ນ: ອະນາໄມ, ຕັດຫຍ້າ, ຕັດຕອນ-ຕົບແຕ່ງຕົ້ນໄມ້, ດອກໄມ້ ຢູ່ຕາມຂອບເຂດສໍານັກງານຕົນ, ອະນາໄມແຄມທາງ-ຂອບທາງ ໃຫ້ມີຄວາມຈົບງາມ ແລະ ເປັນລະບຽບຮຽບຮ້ອຍ ພ້ອມທັງປະດັບປະດາສໍານັກງານດ້ວຍທຸງຊາດ, ທຸງພັກ ແລະ ອື່ນໆ.
ເພື່ອເຮັດໃຫ້ການກະກຽມຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໃຫ້ເປັນຂະບວນການຟົດຟື້ນ, ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ທັງເປັນການເສີມຂະຫຍາຍບົດບາດການນໍາພາຂອງພັກໃນທຸກຂົງເຂດວຽກງານຢ່າງກວ້າງຂວາງ, ປຸກລະດົມນໍ້າໃຈຮັກຊາດຂອງທຸກຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.