ສູນກາງແນວລາວສ້າງຊາດ ປະກອບຄໍາເຫັນຕໍ່ບົດລາຍງານຂອງສະພາແຫ່ງຊາດ

ທ.ວ. 28, 2022

(ສພຊ) ຕອນເຊົ້າວັນທີ 28 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ຮອງປະທານສູນກາງແນວລາວສ້າງຊາດ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ.
ທ່ານ ນາງ ສີພະຈັນ ນັນທະວົງສາ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງສະພາແຫ່ງຊາດ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX.